spot_img
Homeຂ່າວພາຍ​ໃນຫ້າມກົດ ຫຼື ເຂົ້າໄປຕື່ມຂໍ້ມູນໃນລິ້ງເດັດຂາດ

ຫ້າມກົດ ຫຼື ເຂົ້າໄປຕື່ມຂໍ້ມູນໃນລິ້ງເດັດຂາດ

Published on

ເມື່ອບໍ່ດົນມານີ້ໄດ້ມີກຸ່ມມິດສາຊີບສົ່ງລິ້ງຜ່ານຂໍ້ຄວາມ WhatsApp, Messenger ຫຼື LINE ໄປຫາຫຼາຍທ່ານ, ພາໃຫ້ບາງທ່ານຕົກເປັນຜູ້ເສຍຫາຍ,ເນື່ອງຈາກຫຼົງກົດລິ້ງດັ່ງກ່າວ, ພາຍຫຼັງທີ່ກົດລິ້ງເຂົ້າໄປແລ້ວ ປາກົດວ່າຖືກດູດເງິນອອກຈາກບັນຊີແບບບໍ່ທັນໄດ້ຕັ້ງຕົວ.

ຫຼ້າສຸດເມື່ອວັນທີ 20 ກຸມພາທີ່ຜ່ານມາທະນາຄານການຄ້າຕ່າງປະເທດລາວ ມະຫາຊົນໄດ້ອອກແຈ້ງເຕືອນເຖິງບັນດາພໍ່ແມ່ປະຊາຊົນກ່ຽວກັບການຫ້າມກົດ ຫຼື ເຂົ້າໄປຕື່ມຂໍ້ມູນໃນລິ້ງທີ່ຖືກສົ່ງຜ່ານຂໍ້ຄວາມ WhatsApp, Messenger ຫຼື LINE ຢ່າງເດັດຂາດເພາະອາດຕົກເປັນເຫຍື່ອຂອງກຸ່ມມິດສາຊີບ, ໂດຍມີເນື້ອໃນໂພສວ່າ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງໃຫ້ຊາບວ່າ ປັດຈຸບັນໄດ້ມີບຸກຄົນບໍ່ຫວັງດີແອບອ້າງສ້າງລິ້ງປອມລໍ້ລ່ວງແຈກເງິນລາງວັນ ແລະ ສ້າງລິ້ງປອມແອບອ້າງເປັນແອັບ BCEL One ເພື່ອໃຫ້ຄົນເຂົ້າໄປ ຕື່ມຂໍ້ມູນ. ພວກເຮົາຂໍຢືນຢັນວ່າ ທາງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ບໍ່ໄດ້ຈັດ ຫຼື ມີສ່ວນກ່ຽວຂ້ອງໃດໆກັບກິດຈະກຳດັ່ງກ່າວນີ້ ແລະ ຂໍໃຫ້ພວກທ່ານຢ່າຫຼົງເຊື່ອເດັດຂາດ.

May be an image of text
⚠️ ຮູບແບບການລໍ້ລວງແມ່ນທ່ານອາດຈະໄດ້ຮັບລິ້ງຜ່ານ WhatsApp, Messenger ຫຼື LINE, ເຊິ່ງທ່ານຕ້ອງແຊຣ໌ລົງກຸ່ມ ຫຼື ໃຫ້ໝູ່ ພ້ອມຕອບຄຳຖາມເພື່ອຮັບລາງວັນເງິນສົດ. ຖ້າໃນກໍລະນີ ທ່ານ ພົບເຫັນ ຫຼື ໄດ້ຮັບຂໍ້ຄວາມຮູບແບບນີ້, ກະລຸນາບໍ່ກົດເຂົ້າ, ແຊຣ໌ ຫລື ສົ່ງຕໍ່ ເພາະລິ້ງເວັບໄຊ້ ດັ່ງກ່າວເປັນລິ້ງ “SCAM” ເຊິ່ງອາດລໍ້ລວງເອົາຂໍ້ມູນສ່ວນໂຕຂອງທ່ານເພື່ອນຳໄປໃຊ້ໃນທາງເສຍຫາຍໄດ້.
👉 ເມື່ອທ່ານພົບເຫັນການໂຄສະນາທີ່ໜ້າສົງໄສ ທ່ານສາມາດສອບຖາມຂໍ້ມູນຕ່າງໆໄດ້ຜ່ານຊ່ອງທາງທີ່ເປັນທາງການຂອງ ທຄຕລ ດັ່ງລາຍລະອຽດລຸ່ມນີ້:

1. ຕິດຕໍ່ສອບຖາມ ແລະ ແກ້ໄຂບັນຫາ ຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ແມ່ນໂທສາຍດ່ວນ 1555 ຫຼື ໂທອອນລາຍ, ສົ່ງຂໍ້ຄວາມຫາທີມງານ OneCare Support ຜ່ານແອັບ BCEL One ໄດ້ຕະຫລອດ 24/7.
2. ການຕິດຕາມຂໍ້ມູນຂ່າວສານຂອງ ທຄຕລ ແມ່ນຜ່ານຊ່ອງທາງ Website: www.bcel.com.la, Facebook Fan Page: BCEL Bank, BCEL Promotion, OneHeart.la, BCEL Property for Sales, IG: bcelbank, YouTube: BCEL Channel ແລະ TikTok: BCEL Bank.
📌ໝາຍເຫດ: ທຄຕລ ຈະບໍ່ໃຊ້ຊ່ອງທາງ App ຫຼື Social ອື່ນ ນອກເໜືອທີ່ບຸໄວ້ໃນຂໍ້ 1 ໃນການຕິດຕໍ່ຫາລູກຄ້າ ໂດຍສະເພາະແມ່ນທາງ Facebook, Instagram, Messenger, Website, WhatsApp… ຫາກພົບເຫັນກໍລະນີລັກສະນະນີ້ ແມ່ນໃຫ້ມີສະຕິເພາະອາດຈະເປັນການຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ຫວັງດີ.

May be an image of text

ນອກນີ້, ທະນາຄານຍັງໄດ້ຢໍ້າເຕືອນອີກວ່າ: ຢຸດຫຼົງເຊື່ອການກົດລິ້ງທີ່ບໍ່ຮູ້ຈັກເພື່ອຮັບລາງວັນ ແລະ ໃຫ້ສິດອະນຸຍາດໃຫ້ເຂົ້າເຖິງຂໍ້ມູນຜ່ານລະຫັດ, OTP ຫຼື ສະແກນລາຍມື-ໃບໜ້າ ເພາະນີ້ຄືການອະນຸຍາດໃຫ້ຜູ້ບໍ່ຫວັງດີ ເຂົ້າເຖິງບັນຊີທ່ານໄດ້
👉ຖ້າຫາກຫຼົງກົດ ຫລື ໃຫ້ຂໍ້ມູນໄປແລ້ວໃຫ້ປະຕິບັດດັ່ງນີ້:
✅ ເຂົ້າໄປລັອກບັດຜ່ານແອັບ BCEL One.
✅ ປ່ຽນລະຫັດລ໋ອກອິນເຂົ້າ BCEL One ໃໝ່.
✅ ຖ້າຍັງບໍ່ທັນລົງທະບຽນໃບຫນ້າ ໃຫ້ຮີບລົງທະບຽນໄວ້.

ເມື່ອສັງຄົມປັດຈຸບັນກຳລັງຜະເຊີນກັບປາກົດການຫຍໍ້ທໍ້ຈາກກຸ່ມຄົນບໍ່ຫວັງດີແບບນີ້, ຢາກຝາກເຖິງທຸກຄົນໃຫ້ມີສະຕິລະມັດລະວັງຕົວ ແລະ ຢ່າຫຼົງເຊື່ອໄປກົດລິ້ງທີ່ຖືກສົ່ງເຂົ້າມາຢ່າງເດັດຂາດ, ເພາະຖ້າບໍ່ດັ່ງນັ້ນ ທ່ານອາດຈະຕົກເປັນເຫຍື່ອໄດ້.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...