spot_img
Homeຂ່າວພາຍ​ໃນຊີ້ແຈງແລ້ວ! ກໍລະນີວີດີໂອໂຍນບ້ວງຄົນ

ຊີ້ແຈງແລ້ວ! ກໍລະນີວີດີໂອໂຍນບ້ວງຄົນ

Published on

ຈາກກໍລະນີທີ່ມີວີດີໂອກຸ່ມຄົນໂຍນບ້ວງເພື່ອຄ້ອງໃສ່ໂຕຍິງສາວ ທີ່ໄດ້ໂພສລົງໃນສື່ສັງຄົມອອນລາຍເມື່ອວັນທີ 14 ກຸມພາ ທີ່ຜ່ານມາ, ເມື່ອຫຼາຍຄົນໃນສັງຄົມເຫັນວີດີໂອດັ່ງກ່າວຕ່າງກໍເກີດສຽງວິພາກວິຈານ ແລະ ຕຳນິຕິຕຽນເຖິງຄວາມບໍ່ເໝາະສົມຢ່າງເປັນວົງກວ້າງ.

ຫຼ້າສຸດເມື່ອວັນທີ 16 ກຸມພາທີ່ຜ່ານມາ, ໂຮງແຮມດັ່ງກ່າວ ໄດ້ອອກມາຖະແຫຼງການເພື່ອຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນວ່າ: ຂໍລາຍງານມາຍັງຫົວໜ້າພະແນກຕໍາຫຼວດທ່ອງທ່ຽວນະຄອນຫຼວງວຽງຈັນໃນວັນທີ 14 ເດືອນກຸມພາ ປີ 2024, ເວລາ 18:00 ໂມງ, ເລື່ອງກໍລະນີທີ່ມີຄິບບໍລິສັດຈັດກິດຈະກໍາ ເຜີຍແຜ່ອອກສູ່ສື່ສັງຄົມອອນລາຍຕ່າງໆທີ່ເຫັນວ່າ ມັນເປັນກິດຈະກໍາທີ່ຈັດອອກມານັ້ນບໍ່ຄ່ອຍເໝາະສົມທາງບໍລິສັດສ້າງກິດຈະກໍາກໍ່ເພື່ອສ້າງຄວາມມ່ວນຊື່ນເພື່ອຕ້ອນຮັບລູກຄ້າທີ່ມາໃຊ້ບໍລິການຢູ່ທາງຮ້ານຂອງພວກເຮົາເທົ່ານັ້ນ ແລະ ບ້ວງທີ່ໂຍນນັ້ນກໍ່ເປັນບ້ວງທີ່ເບົາເພາະກ່ອນຈະຈັດກິດຈະກໍາດັ່ງກ່າວນັ້ນທາງພະນັກງານເອງກໍໄດ້ທົດລອງກ່ອນແລ້ວ, ການກະທໍາດັ່ງກ່າວບໍ່ໄດ້ມີເຈດຕະນາຢ່າງອື່ນຖ້າຫາກມີຫຍັງທີ່ເຮັດຜິດພາດແບບນີ້ເກີດຂື້ນອີກກໍພ້ອມຮັບຟັງຮັບແນະນໍາຈາກທາງຂັ້ນເທິງເພື່ອແກ້ໄຂ້ບັນຫາດັ່ງກ່າວຕໍ່ໜ້າຈະບໍ່ໃຫ້ມີເລື່ອງລັກສະນະແບບນີ້. ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານຮັບຊາບເພື່ອແກ້ໄຂບັນຫາດັ່ງກ່າວຕາມທາງທີ່ຄວນດ້ວຍ.

ທັງນີ້, ການຈັດກິດຈະກຳຖືວ່າເປັນເລື່ອງທີ່ດີ, ແຕ່ຜູ້ຈັດຕ້ອງໄດ້ຄຳນຶງເຖິງຮູບແບບ ແລະ ວິທີການຫຼີ້ນກິດຈະກຳນັ້ນໃຫ້ຮອບຄອບວ່າ ມີຄວາມສ້າງສັນ, ມີຄວາມເໝາະສົມ, ອັນຕະລາຍ ແລະ ກະທົບຫຍັງຫຼືບໍ່… ບໍ່ດັ່ງນັ້ນ, ກິດຈະກຳທີ່ສ້າງຂຶ້ນມາ ກໍຈະກາຍເປັນສິ່ງທີ່ບໍ່ຄວນເຮັດຫຼາຍກວ່າ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...