spot_img
Homeຂ່າວພາຍ​ໃນງານມະຫະກໍາບຸນຊ້າງຄັ້ງທີ 17 ຕິດພັນກັບເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ

ງານມະຫະກໍາບຸນຊ້າງຄັ້ງທີ 17 ຕິດພັນກັບເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ

Published on

ງານມະຫະກໍາບຸນຊ້າງຄັ້ງທີ 17 ຕິດພັນກັບເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເປັນທາງການໃນຕອນເຊົ້າຂອງວັນທີ 17 ກຸມພາ 2024 ນີ້ ຢູ່ທີ່ເດີ່ນສະໜາມຫຼວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີບັນດາທ່ານອາດິດການນໍາຂັ້ນສູນກາງ, ການນໍາພັກລັດຂັ້ນແຂວງ, ເມືອງ ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກໍາບຸນຊ້າງຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ຂຶ້ນກ່າວລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ງານມະຫະກຳບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ; ຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາ, ມາຮອດປີ 2024 ທາງແຂວງໄດ້ຍົກລະດັບການຈັດງານມະຫະກຳບຸນຊ້າງຄັ້ງທີ 17 ຂຶ້ນເປັນງານລະດັບຊາດ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ, ງານລະດັບແຂວງແມ່ນບຸນກອງເຂົ້າໃຫຍ່ ເມືອງພຽງ ຈັດໃນລະຫວ່າງວັນທີ 9-12 ມັງກອນ 2024 ທີ່ຜ່ານມາ ແລະ ງານລະດັບເມືອງ ມີ 10 ກິດຈະກໍາ, ໃນລະດັບທ້ອງຖິ່ນທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ.

ການຈັດງານມະຫະກໍາບຸນຊ້າງໃນຄັ້ງນີ້ກໍ່ເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ນອກນີ້ ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 75 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ, ພ້ອມກັນນັ້ນ ກໍ່ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີຕະຫຼອດໄປ, ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.

ສຳລັບມື້ເປີດງານເປັນທາງການມື້ນີ້ ບັນດາທ່ານຈະໄດ້ຮັບຊົມ ຂະບວນກ້ອນກໍາລັງຂອງແຕ່ລະກ້ອນເຂົ້າສູ່ສະໜາມເພື່ອສະແດງໃຫ້ເຫັນຄວາມສາມັກຄີອັນເປັນປຶກແຜ່ນຂອງມວນຊົນຊາວແຂວງໄຊຍະບູລີ ແລະ ຂະບວນຊ້າງເຂົ້າຮ່ວມມີ 35 ໂຕ, ການສະແດງຂອງຊ້າງຄໍາຮູ້ ຈໍານວນ 23 ໂຕ, ມີ 20 ລາຍການ, ການບາສີສູ່ຂວັນໃຫ້ຊ້າງ ແລະ ການສະແດງໂດດຈ້ອງຂອງກອງພັນທະຫານອາກາດ. ສໍາລັບກ້ອນກໍາລັງທີ່ເຂົ້າຮ່ວມຂະບວນການໃນງານມະຫະກໍາບຸນຊ້າງໃນປີນີ້ ມີທັງໝົດ 9.102 ຄົນ: ໃນນີ້ມີກ້ອນຢືນ 5.400 ຄົນ, ກ້ອນແຫ່ 1.974 ຄົນ, ການສະແດງນ້ອງນັກຮຽນ 1.600 ຄົນ, ສິນລະປະ ແລະ ນັກຮ້ອງ 104 ຄົນ, ກອງດູລິຍາງຂອງນັກຮຽນ 24 ນ້ອງ ຫລັງຈາກເປີດພິທີເປັນທາງການແລ້ວ ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການ ສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງສິນຄ້າ ແລະ ຊົມການ ສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫຼ່ງທ່ອງທ່ຽວສູນອານຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທດສະບານແຂວງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...