Homeຂ່າວພາຍ​ໃນຊຽງຂວາງ ກຽມກໍ່ສ້າງຫໍຫຼັກເມືອງ ແລະ ປະຕູໂຂງ

ຊຽງຂວາງ ກຽມກໍ່ສ້າງຫໍຫຼັກເມືອງ ແລະ ປະຕູໂຂງ

Published on

ແຂວງຊຽງຂວາງ ຈັດກອງປະຊຸມ ຜ່ານແບບແຜນຫໍຫລັກເມືອງ ແລະ ປະຕູໂຂງຂອງແຂວງ ໃນວັນທີ 13 ກຸມພາ 2024 ໂດຍການເປັນປະ ທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of text

ໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຊົມແບບຫໍຫຼັກເມືອງ ແລະ ປະຕູໂຂງຂອງແຂວງ, ພ້ອມທັງໄດ້ປະກອບຄຳຄິດຄຳເຫັນ ເພື່ອໃຫ້ຫໍຫຼັກເມືອງ ແລະ ປະຕູໂຂງຂອງແຂວງ ເໝາະສົມກັບຈຸດພິເສດຂອງແຂວງ ທາງວັດທະນະທຳ, ປະຫວັດສາດ, ມູນເຊື້ອພິລະອາດຫານ, ໄຫຫີນອັນລືຊື່ ແລະ ພູມສັນຖານຂອງແຂວງ.

May be an image of 2 people and castle

ພ້ອມນີ້, ທ່ານເຈົ້າແຂວງ ກໍໄດ້ສະຫຼຸບຄວາມຄິດເຫັນ ແລະ ຕົກລົງເປັນເອກະພາບເອົາຮູບແບບປະຕູໂຂງຕາມແບບທີ່ສະເໜີມາ, ແຕ່ປ່ຽນແປງເລັກນ້ອຍບາງຈຸດ, ສ່ວນຫໍຫຼັກເມືອງແມ່ນຕົກລົງໃຫ້ແຕ້ມແບບຕື່ມອີກ, ເພື່ອໃຫ້ມີຫຼາຍແບບມາສົບທຽບກັນ ແລະ ສະເໜີປັບປຸງແບບເກົ່າໃນບາງຈຸດ ເພື່ອເອົາມາຜ່ານກອງປະຊຸມຕື່ມອີກໃນຕໍ່ໜ້າ ເພື່ອຄັດເລືອກເອົາແບບຫໍຫຼັກເມືອງໃຫ້ຄູ່ບ້ານຄູ່ເມືອງ, ເລືອກເອົາແບບທີ່ເໝາະສົມທີ່ສຸດ, ເນື່ອງຈາກສ້າງແລ້ວຈະເປັນບ່ອນ ກາບໄຫວ້ ສັກກາລະບູຊາ. ພ້ອມນີ້, ທ່ານຍັງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຈົ່ງໃຊ້ຄວາມຮູ້ຄວາມສາມາດໃນການອອກແບບຄັດເລືອກໃຫ້ເໝາະສົມທີ່ສຸດ ແລະ ມີມູນຄ່າການກໍ່ສ້າງທີ່ເໝາະສົມ.

ຂ່າວ: ບຸນມີ ແສງທຸມມີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...