Homeຂ່າວຕ່າງປະເທດຍິງອາຍຸ 38 ປີ ບໍ່ກິນເຫຼົ້້າ-ສູບຢາ ແຕ່ໄປກວດພົບເປັນມະເຮັງຊະນິດຫາຍາກ

ຍິງອາຍຸ 38 ປີ ບໍ່ກິນເຫຼົ້້າ-ສູບຢາ ແຕ່ໄປກວດພົບເປັນມະເຮັງຊະນິດຫາຍາກ

Published on

ສຳນັກຂ່າວໄທລາຍງານໃນວັນທີ 15 ກຸມພາ 2024 ນີ້: ທ່ານໝໍ ມະນູນ ລີຊະເວັງວົງ ແພດສະເພາະທາງໂຣກລະບົບການຫາຍໃຈ ໂຮງໝໍ ວິໄຊຍຸທອນ ປະເທດໄທ ໄດ້ອອກມາແບ່ງປັນໂພສຮູປ ພ້ອມຂໍ້ຄວາມລະບຸວ່າ: ຜູ້ປ່ວຍຍິງອາຍຸ 38 ປີ ເປັນໂຣກເລືອດຈາງ ແລະ ເກັດເລືອດຕ່ຳ 6 ປີ ເຊິ່ງບໍ່ມີຢາປະຈຳ ແລະ ບໍ່ກິນເຫຼົ້າ-ສູປຢາ, ບໍ່ມີອາການໄຂ້, ບໍ່ມີອາການໄອ, ບໍ່ເມື່ອຍ ແລະ ນ້ຳໜັກບໍ່ຫຼຸດລົງ ແຕ່ຜົນກວດຮ່າງກາຍປະຈຳປີ ພົບເຫັນຈຸດນ້ອຍໆ ຈຳນວນຫຼາຍກະຈາຍທົ່ວປອດທັງ 2 ຂ້າງ.

ສ່ວນການກວດຮ່າງກາຍປົກກະຕິ, ການຟັງປອດປົກກະຕິ, ລະດັບອອກຊີແຊນໃນເລືອດປົກກະຕິ, ເຈາະເລືອດເມັດເລືອດແດງ ແລະ ເກັດເລືອດຕ່ຳເລັກນ້ອຍ, ຄ່າຕັບໄຕປົກກະຕິ, ຄ່າມະເຮັງທຸກໂຕປົກກະຕິ ແຕ່ເມື່ອໃຊ້ຄອມພິວເຕີກວດປອດ ແລະ ຊ່ອງທ້ອງ ພົບຈຸດນ້ອຍໆ ໃນປອດຂະນາດ 0.8 ຊັງຕີແມັດກະຈາຍໄປທົ່ວປອດ ແລະ ມີກ້ອນໃນຕັບຂະນາດ 3.4 ຊັງຕີແມັດ.

ທາງດ້ານແພດໄດ້ທຳການເຈາະຊິ້ນສ່ວນໃນຕັບ ມາຍ້ອມ ແລະ ເພາະເຊື້ອ ແຕ່ບໍພົບເຊື້ອລາ ແລະ ເຊື້ອວັນນະໂຣກ  ແຕ່ໄດ້ທຳການສົ່ງຊິ້ນສ່ວນໄປກວດຢູ່ພະແນກ ພະຍາດວິທະຍາ ແລະໄດ້ພົບ  Epithelioid hemangioendothelioma  ເປັນເນື້ອງອກ ຈັດເປັນມະເຮັງທີ່ຫາຍາກ ເຊິ່ງເປັນມະເຮັງຂອງເຊວທີ່ຢູ່ດ້ານໃນຂອງລອດເລືອດ ທີ່ພົບນ້ອຍທີ່ສຸດ ອາດເກີດກັບຄົນ 1 ໃນລ້ານ.

ທັງນີ້, ແພດຍັງໄດ້ຕິດຕາມຜູ້ປ່ວຍຢ່າງໃກ້ຊິດຕໍ່ໄປ ຖ້າຜູ້ປ່ວຍເລີ່ມມີອາການ ແພດຈະພິຈະລະນາມຸ້ງເນັ້ນໃນການຮັກສາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...