spot_img
Homeຂ່າວຕ່າງປະເທດກາດຍິງຂະບວນສະຫຼອງແຊ້ມ "ຊຸບເປີໂບ" ເສຍຊີວິດ ແລະ ບາດເຈັບຫຼວງຫຼາຍ

ກາດຍິງຂະບວນສະຫຼອງແຊ້ມ “ຊຸບເປີໂບ” ເສຍຊີວິດ ແລະ ບາດເຈັບຫຼວງຫຼາຍ

Published on

ສຳນັກຂ່າວ ເອເອັຟພີ ລາຍງານໃນວັນທີ 15 ກຸມພາ 2024 ນີ້ກ່ຽວກັບຄວາມຄືບໜ້າສະຖານະການສະເທືອນຂວັນໃນລັດແຄນຊັດ ສະຫະລັດອາເມຣິກາ ຫຼັງເກີດເຫດການກາດຍິງ ຂະບວນການສະເຫຼີມສະຫຼອງໄຊຊະນະຂອງທີມ ແຄນຊັດ ຊີຕີ້ ຊິບ ທີ່ຄວ້າແຊ້ມຊູເປີໂບ ໃນການແຂ່ງຂັນຊິງແຊ້ມອາເມຣິກັນຟຸດບອນ ຄັ້ງທີ 58 ໃນ ວັນພຸດ ທີ 14 ກຸມພາ 2024 ຜ່ານມາ.

ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 1 ຄົນ ແລະ ບາດເຈັບອີກ 21 ຄົນ ໃນຈຳນວນນີ້ມີ 7 ຄົນອາການສາຫັດ  ແລະ ເຈົ້າໜ້າທີ່ໄດ້ນຳຕົວສົ່ງໂຮງໝໍເປັນທີ່ຮຽບຮ້ອຍແລ້ວ ຂະນະດຽວກັນເຈົ້າໜ້າທີ່ໄດ້ຈັບກຸມຕົວຜູ້ຕ້ອງສົງໃສໄດ້ແລ້ວ 3 ຄົນ ແລະ ຢູ່ໃນລະຫວ່າງການສອບສວນຂອງເຈົ້າໜ້າທີ່ເພື່ອຫາສາເຫດ ແລະ ແຮງຈູງໃຈໃນການລົງມືກໍ່ເຫດ.

ກ່ອນໜ້ານີ້ໃນການແຂ່ງຂັນຮອບຊິງຊະນະເລີດອາເມຣິກັນຟຸດບອນ NFL ທີ່ສະໜາມ ອັນລີຈຽນ ສະເຕດ້ຽມ ໃນລັດເນວາດ້າເມື່ອວັນທີ 11 ກຸມພາ 2024 ຜ່ານມາ, ລະຫວ່າງທີມ ແຄນຊັດ ຊິຕີ້ ຊິບ ແຊ້ມເກົ່າພົບກັບ ຊານຟານຊີສໂກ ອະດີດແຊ້ມ 5 ສະໄໝ ເຊິ່ງເປັນທາງ ແຄນຊັດ ຊິຕີ້ ຊິບ ສາມາດເອົາຊະນະໄດ້ໃນຊ່ວງຕໍ່ເວລາພິເສດດ້ວຍຄະແນນ 25 ຕໍ່ 22 ສາມາດຄວ້າແຊ້ມໄດ້ເປັນສະໄໝທີ 4.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...