spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນພຣາຊາ

ໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນພຣາຊາ

Published on

ເມື່ອບໍ່ດົນມານີ້, ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນ ພຣາຊາ ຢູ່ທີ່ເດີ່ນຮ້ານຄ້າເກົ່າ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໂດຍແມ່ນ ບໍລິສັດ ເທັກໂນໂລຢີ ມິ້ນນິ້ງລາວ ຫົວພັນ ຈຳກັດ ເປັນຜູ້ສຳປະທານທີ່ດິນລັດ ແລະ ລົງທຶນໃນການກໍ່ສ້າງ 100%.

May be an image of 12 people and text

ໃນພິທີດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການລົງທຶນພັດທະນາແຂວງຫົວພັນໃນດ້ານຕ່າງໆ, ເຊິ່ງອຳນາດການປົກຄອງແຂວງຫົວພັນກໍພ້ອມທີ່ຈະໃຫ້ຄວາມຮ່ວມມື. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ບໍລິສັດທີ່ຮັບເໝົາການກໍ່ສ້າງ-ລົງທຶນໃນຄັ້ງນີ້, ຈະໃຫ້ສຸມທຸກທ່າແຮງ, ເງື່ອນໄຂ ເພື່ອເຮັດໃຫ້ການກໍ່ສ້າງໄດ້ດໍາເນີນຖືກຕ້ອງຕາມມາດ ຖານເຕັກນິກການອອກແບບ ແລະ ສຳເລັດຕາມແຜນການທີ່ວາງໄວ້; ພາຍຫຼັງໂຮງແຮມສາກົນ ຫົວພັນ ພຣາຊາ ກໍ່ສ້າງສຳເລັດ ຈະສາມາດຮອງຮັບແຂກຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາພັກເຊົາ ແລະ ທ່ຽວຊົມແຂວງຫົວພັນໃຫ້ສະດວກສະບາຍກວ່າເກົ່າ, ທັງເປັນການສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ ແລະ ປະຊາຊົນ,ມີລາຍຮັບເຂົ້າສູ່ຄອບຄົວຫຼາຍຂຶ້ນ, ກ້າວໄປເຖິງການຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ ຕາມ 5 ທ່າແຮງຂອງແຂວງໃຫ້ປະກົດຜົນເປັນຈິງ.

May be an image of 7 people and text

ໂຄງການກໍ່ສ້າງໂຮງແຮມ ສາກົນຫົວພັນ ພຣາຊາ ມີເນື້ອທີ່ດິນທັງໝົດ 2.580 ຕາແມັດ.ໃນນີ້, ເນື້ອທີ່ການກໍ່ສ້າງມີ 1.750 ຕາແມັດ, ເປັນຕຶກ 12 ຊັ້ນ, ສູງປະມານ 60 ແມັດ, ເປັນໂຮງແຮມແບບລວມສູນ ລະດັບ 5 ດາວ ລວມມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ, ໂດຍຈະເລີ່ມລົງມືການກໍ່ສ້າງນັບແຕ່ມື້ວາງສີລາລຶກເປັນຕົ້ນໄປ,ຄາດວ່າຈະໃຊ້ເວລາການກໍ່ສ້າງທັງໝົດ 18 ເດືອນໃຫ້ສຳເລັດ.

ຂ່າວ: ໄມຄໍາ
ພາບ: ນິດຖະໜອມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...