Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນລຸກຊໍາບວກ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນລຸກຊໍາບວກ

Published on

ໃນຕອນບ່າຍຂອງວັນທີ 8 ກຸມພາ 2024, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຊາວີເອ ເບັດແຕນລ໌, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ທັງເປັນລັດຖະມົນຕີການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ໃນໂອກາດນໍາພາຄະນະເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 5-9 ກຸມພາ 2024.

May be an image of 3 people, the Oval Office and text

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ພະນະທ່ານ ຊາວີເອ ເບັດແຕນລ໌ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊຶ່ງມີຄວາມໝາຍສໍາຄັນຫຼາຍ ແລະ ໄດ້ມີຂຶ້ນໃນໂອກາດຄົບຮອບ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ລຸກຊໍາບວກ, ທັງເປັນການສືບຕໍ່ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງສອງປະເທດ ຢ່າງເປັນປົກກະຕິ ພາຍຫຼັງການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ສົມເດັດ ຄຣັງ ດຸກ ແຫ່ງ ລຸກຊໍາບວກ ໃນເດືອນ ທັນວາ 2022 ທີ່ຜ່ານມາ. ການຊ່ວຍເຫຼືອຂອງລັດຖະບານ ລຸກຊຳບວກ ແກ່ ສປປ ລາວ ແມ່ນກວມເອົາຫຼາຍຂະແໜງການເປັນຕົ້ນສາທາລະນະສຸກ, ການສຶກສາ, ການສົ່ງເສີມການສ້າງລັດແຫ່ງກົດໝາຍ, ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ, ການບໍລິການດ້ານການທ່ອງທ່ຽວ ແລະ ອື່ນໆ, ທັງຍັງໄດ້ຕົກລົງສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆໃນຕໍ່ໜ້າ, ໂດຍສະເພາະການສືບຕໍ່ສະໜັບສະໜູນວຽກງານສະຖິຕິ, ເພື່ອປະກອບສ່ວນເຂົ້າໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ຂອງ ສປປ ລາວ.

May be an image of 6 people, the Oval Office and dais

ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານກໍຄື: ປະຊາຊົນລາວສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລຸກຊໍາບວກທີ່ໃຫ້ການສະຫນັບສະຫນູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງການຊ່ວຍເຫຼືອດັ່ງກ່າວແມ່ນມີປະສິດທິພາບ ແລະ ປະສິດທິຜົນດີ, ໄດ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍ່ຄື: ການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ປະກອບສ່ວນສຳຄັນໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

May be an image of 3 people and the Oval Office

ໃນຂະນະດຽວກັນ, ພະນະທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມເຫັນດີຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດ ຂອງພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ. ພ້ອມນີ້, ກໍ່ໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການປຶກສາຫາລືພົບປະສອງຝ່າຍກັບ ພະນະທ່ານ ຮອງນາຍົກລັດ ຖະມົນຕີ ສະເຫຼີມໄຊ ກົມມະສິດ, ລວມເຖິງການໄປຢ້ຽມຢາມບັນດາໂຄງການທີ່ລຸກຊໍາບວກໃຫ້ການຊ່ວຍເຫຼືອຢູ່ ແຂວງຫຼວງພະບາງ, ຢູ່ເມືອງວັງວຽງ ແລະ ໂພນໂຮງ, ແຂວງວຽງຈັນ, ພົບປະການນໍາ ແລະ ເຈົ້າໜ້າທີ່ແຂວງ, ທັງຍັງໄດ້ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຂອງແຂວງດັ່ງກ່າວ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ລຸກຊໍາບວກ ໃນຂອບຫຼາຍຝ່າຍໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນວ່າ: ຈະສືບຕໍ່ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ແກ່ ສປປ ລາວ ໃນຂະແໜງການຕ່າງໆຕື່ມອີກໃນອະນາຄົດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...