Homeຂ່າວຕ່າງປະເທດIFAB ກຽມໃຊ້ບັດຟ້າ ເຂົ້າໃນການແຂ່ງຂັນບານເຕະ

IFAB ກຽມໃຊ້ບັດຟ້າ ເຂົ້າໃນການແຂ່ງຂັນບານເຕະ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 9 ກຸພາ 2024 ນີ້ວ່າ: IFAB ຄະນະກຳມະການສະມາຄົມບານເຕະລະຫວ່າງປະເທດ ກຽມອະນຸມັດໃຫ້ມີການທົດລອງໃຊ້ ບັດຟ້າ (Blue Card) ໃນການແຂ່ງຂັນຢ່າງເປັນທາງການຕັ້ງແຕລະດູການໜ້າເປັນຕົ້ນໄປ.

ສຳລັບບັດຟ້າ ຈະຖືກນຳມາໃຊ້ໃນກໍລະນີດຽວກັບກົດ “sin-bins” ຂອງກິລາຣັກບີ້ໂດຍຈະແຈກໃຫ້ກັບນັກກິລາທີ່ຫົວຮ້ອນໂວຍວາຍ ເພື່ອໃຫ້ອອໄປສະຫງົບສະຕິອາລົມໃນໂຊນທີ່ກຳນົດເປັນເວລາ 10 ນາທີຈາກນັ້ນຄ່ອຍກັບມາລົງສະໜາມການແຂ່ງຂັນອີກ.

ຈຸດປະສົງທີ່ IFAB ເພີ່ມບັດຟ້າເຂົ້າມາ ເພື່ອໃຊ້ລົງໂທດກັບນັກກິລາທີ່ສະແດງອາການໂວຍວາຍຕໍ່ຜູ້ຕັດສິນ ແລະ ສາມາດໃຊ້ professional foul ໂດຍສະເພາະການຢຸດເກມບຸກຂອງຄູ່ຕໍ່ສູ້ໃນຈັງຫວະທີ່ກຳລັງຈະຍິງປະຕູ ເຊິ່ງຈະໃຊ້ກັບລີກລະດັບນ້ອຍໄປກ່ອນ ເຊິ່ງຍັງບໍ່ທັນໄດ້ນຳໃຊ້ໃນລີກໃຫຍ່ຂອງ ເອີຮົບ ທັນທີ.

ນັບຕັ້ງແຕ່ໃບເຫຼືອງ ແລະ ໃບແດງໄດ້ກຳນົດຂຶ້ນໃນປີ 1970 ຈາກນັ້ນກໍໄດ້ມີຄວາມະຍາຍາມເພີ່ມການໃຊ້ໂທດອີກເຊັ່ນການກຳນົດ ໃບຂຽວ ແລະ ໃບຂາວ ເຂົ້າມາແຕ່ກໍຍັງບໍ່ໄດ້ຮັບການຍອມຮັບຈາກການແຂ່ງຂັນ ຈົນມາຮອດໃບຟ້າ ທີ່ມີໂອກາດຖືກນຳມາໃຊ້ຈິງຫຼາຍທີ່ສຸດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...