spot_img
Homeຂ່າວຕ່າງປະເທດເປັນມະເຮັງປອດ ທັງທີ່ບໍ່ເຄີຍສູບຢາ

ເປັນມະເຮັງປອດ ທັງທີ່ບໍ່ເຄີຍສູບຢາ

Published on

ບໍ່ເຄີຍສູບຢາກໍເປັນມະເຮັງໄດ້, ເພາະຄົນອ້ອມຂ້າງສູບຢາ, ຜົນຮ້າຍຈາກ ”ຄວັນຢາສູບມືສອງ”

ຈາກການແບ່ງປັນເລື່ອງລາວຈາກທ່ານໝໍ ປະຊາ ກັນຍາປຣະສິດ ຈາກໂຮງໝໍຊຽງໃໝ່ຣາມາທິບໍດີ ໄດ້ໂພສວີດີໂອຜ່ານຕິກຕັອກ doctor.pracha_neuro_surg ໝໍປະຊາຜ່າຕັດສະໝອງ (doctor.pracha_neuro_surg หมอประชาผ่าตัดสมอง) ກ່າວເຖິງອາການຂອງຜູ້ປ່ວຍຄົນໜຶ່ງທີ່ໄດ້ຮັບຜົນກະທົບຈາກ ຄວັນຢາສູບມືສອງ ຈົນເຮັດໃຫ້ເປັນມະເຮັງປອດ, ເຊິ່ງມີເນື້ອໃນລາຍລະອຽດວ່າ: ຜູ້ປ່ວຍຄົນດັ່ງກ່າວເປັນເພດຍິງ ອາຍຸ 42 ປີ, ມີອາການເຈັບຫົວເປັນເວລາ 1 ເດືອນ, ພາຍຫຼັງມາກວດສຸຂະພາບພົບເຫັນກ້ອນຂະໜາດໃຫຍ່ໃນສະໝອງ, ຈຶ່ງໄດ້ທຳການຜ່າຕັດເພື່ອເອົາກ້ອນດັ່ງກ່າວໄປກວດ, ຜົນອອກມາເຫັນວ່າເປັນກ້ອນທີ່ລາມມາຈາກການເປັນມະເຮັງປອດ, ຫຼັງຈາກນັ້ນໄດ້ນຳຕົວຜູ້ປ່ວຍໄປກວດກາຢ່າງລະອຽດພົບວ່າ: ຜູ້ປ່ວຍເປັນມະເຮັງປອດໄລຍະສຸດທ້າຍ. ແຕ່ຍັງໂຊກດີທີ່ມະເຮັງຍັງບໍ່ທັນໄດ້ລຸກລາມໄປເຖິງ ຕັບ, ໄຕ ແລະ ມ້າມ, ມີພຽງແຕ່ສະໝອງເທົ່ານັ້ນ.

ຈາກການສອບຖາມປະຫວັດຂອງຜູ້ປ່ວຍຮູ້ວ່າ: ພໍ່ຂອງຜູ້ປ່ວຍເປັນຄົນມັກສູບຢາເປັນປະຈຳ ແລະ ຫຼັງຈາກແຕ່ງງານ ສາມີຂອງຜູ້ປ່ວຍກໍມັກສູບຢາເຊັ່ນດຽວກັນ, ຈຶ່ງໄດ້ຮັບໂທດຂອງຄວັນຢາສູບມືສອງມາຕະຫຼອດຊີວິດ.

ຫຼັງຈາກຜ່າຕັດ, ຜູ້ປ່ວຍຄົນດັ່ງກ່າວຕ້ອງທຳການສາຍແສງ ແລະ ໃສ່ເຄມີບຳບັດ, ເຊິ່ງເຊວມະເຮັງກໍຕອບສະໜອງຕໍ່ກັບການຮັກສາ, ກ້ອນຢູ່ປອດກໍຄ່ອຍໆຫາຍໄປ, ເຊິ່ງທັງນີ້ທ່ານໝໍ ປະຊາ ຍັງໄດ້ເຕືອນວ່າ: ຫາກຮັກຕົວເອງ, ຮັກຄອບຄົວ ຢ່າຄາຍຄວາມຕຶງຄຽດດ້ວຍການສູບຢາ, ແຕ່ຄວນອອກກຳລັງກາຍແທນດີກວ່າ.

ຂ່າວ: Khaosod

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...