Homeຂ່າວພາຍ​ໃນຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທ່ານທູດ

ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທ່ານທູດ

Published on

ໃນຕອນເຊົ້າວັນທີ 5 ກຸມພາທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ; ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທ່ານທູດຈາກປະເທດເພື່ອນມິດ ເພື່ອມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈໍາ ສປປ ລາວ ເຊິ່ງມີ 4 ທ່ານເຂົ້າຍື່ນສານຕາມລຳດັບດັ່ງນີ້:
1. ທ່ານ ນາງ ເມແກນ ອີລິຊາເບທ ໂຈເນສ (Megan Elizabeth Jones) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
May be an image of 3 people, wedding and dais
2. ທ່ານ ຟິໂລມີໂນ ອາເລັກໂຊ ຊີວວາ (Filomeno Aleixo da Silva) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
May be an image of 4 people, the Oval Office and dais
3. ທ່ານ ນາງ ແຣັດເທີ ໂຣຈ ວາເຣຍອາວາ (Heather Roach Variava) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມຣິກາ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
May be an image of 2 people, the Oval Office and dais
4. ທ່ານ ອ໋ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
May be an image of 2 people and dais
ໃນໂອກາດຕ້ອນຮັບການເຂົ້າຍື່ນສານຂອງແຕ່ລະທ່ານທູດ, ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ທ່ານທູດແຕ່ລະທ່ານ ເຊິ່ງມີເນື້ອໃນໂດຍລວມແມ່ນໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດແຕ່ລະທ່ານທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ: ໃນໄລຍະທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ, ບັນດາທ່ານທູດຈະເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ, ເຊິ່ງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້ບັນດາທ່ານທູດສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ; ພ້ອມດຽວກັນ, ທ່ານປະທານປະເທດກໍຍັງໄດ້ສະເໜີໃຫ້ບັນດາທ່ານທູດຊ່ວຍສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານຕ່າງໆ, ໂດຍສະເພາະໃນປີ 2024 ນີ້ທີ່ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມືຈາກບັນດາທູດທັງໝົດເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.
ຕອນທ້າຍວາລະການເຂົ້າຍື່ນສານຂອງທ່ານທູດແຕ່ລະປະເທດ, ທ່ານທູດແຕ່ລະທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງປະທານປະເທດແຫ່ງ ສປປ ລາວ ແລະ ກ່າວສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີໝາກຜົນລະຫວ່າງປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...