spot_img
Homeຂ່າວພາຍ​ໃນເປີດການນຳໃຊ້ ສະໜາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ

ເປີດການນຳໃຊ້ ສະໜາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ

Published on

ໃນວັນທີ 5 ກຸມພາ 2024 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຈັດພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມລ່ຽມຄໍາ, ບັນດາການນຳຈາກກະຊວງ, ອົງການ, ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວໄດ້ກ່າວລະຫວ່າງພິທີເປີດນໍາໃຊ້ສະຫນາມບິນວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄໍາເພື່ອ ເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ ອໍານວຍຄວາມສະດວກໃນການລົງທຶນ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂີດຄວາມສາມາດໃນການພັດທະນາ ພື້ນຖານໂຄງລ່າງຂອງພາກເໜືອໂດຍສະເພາະແຂວງບໍ່ແກ້ວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ອື່ນໆ.

ແຂວງບໍ່ແກ້ວໄດ້ວາງການພັດທະນາໂດຍກໍານົດເອົາ 7 ຍຸດທະສາດສໍາຄັນຄື: ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງໃຫ້ມີຄວາມຫນັກແຫນ້ນ ສັງຄົມມີຄວາມສະຫງົບ-ເປັນລະບຽບຮຽບຮ້ອຍດີ ເອື້ອອໍານວຍຄວາມສະດວກ ແລະ ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; ພັດທະນາດ້ານຄົມມະນາຄົມໃຫ້ມີຄຸນນະພາບສາມາດເຊື່ອມຕໍ່ກັບບັນດາແຂວງພາກເຫນືອຂອງລາວ ບ້ານໄກ້ເຮືອນຄຽງ, ພາກພື້ນ ແລະ ສາກົນ; ການພັດທາງການທ່ອງທ່ຽວໃຫ້ຍືນຍົງສາມາດເຊື່ອມໂຍງກັບບ້ານໄກ້ເຮືອນຄຽງ ພາກພື້ນ ແລະ ສາກົນ; ສົ່ງເສີມການພັດທະນາກະສິກໍາສະອາດຍືນຍົງເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ;ພັດທະນາພະລັງງານໄຟຟ້າສະຫນອງໃຫ້ພາຍໃນ ແລະ ສົ່ງອອກ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ; ຊຸກຍູ້ສົ່ງເສີມການພັດທະນາເສດຖະກິດພິເສດຢ່າງຫນັກແຫນ້ນ ແລະ ອື່ນໆ.

ໂຄງການສະນາບິນສາກົນບໍ່ແກ້ວ ເປັນການລົງທຶນຂອງບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວີລົບເມັ້ນຈຳກັດ ຮ້ອຍສ່ວນຮ້ອຍ ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C , ມູນຄ່າການລົງທຶນທັງໜົດ 225.358.700 ໂດລາສະຫະລັດ ,ອາຍຸສຳປະທານ 50 ປີ ,ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ, ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 20 ກັນຍາ ປີ 2022 ໃນເນື້ອທີ່ດິນກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂື້ນ-ລົງຍາວ 2.500 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮອງຮັບການລົງຈອດຂອງຍົນແອບັດສ A320 ແລະ ໂບອິ້ງ 737, ອາຄານ ຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນໃນເວລາດຽວກັນ, ມີອາຄານຄວບຄຸມບິນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງເປັນລະບົບ ຫລັງຈາກໜົດກຳນົດອາຍຸສຳປະທານແລ້ວ ຈະມອບໂອນໂຄງການຄືນໃຫ້ລັດຖະບານຕາມອາຍຸການສຳປະທານຂອງການລົງທຶນ, ລວມທັງເນື້ອທີ່ດິນ ຊຶ່ງຕິດພັນ ແລະ ເປັນສ່ວນໜຶ່ງຂອງເນື້ອທີ່ພັດທະນາໃນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳຕາມສັນຍາສະບັບປັບປຸງໃນປີ 2014, ໂດຍທາງນິຕິກຳແລ້ວ ເນື້ອທີ່ດິນດັ່ງກ່າວຈະຍັງຢູ່ໃນໄລຍະການພັດທະນາ, ສະນັ້ນ ຈຶ່ງຄວນມີການຈັດຫາເນື້ອທີ່ດິນທົດແທນ ເພື່ອນຳໃຊ້ໃນການພັດທະນາ ຄົບຕາມອາຍຸສັນຍາທີ່ຍັງເຫຼືອ.

ດັ່ງທີ່ຮູ້ນໍາກັນ,ປີ 2024 ນີ້ ສປປ ລາວເປີດປີທ່ອງທ່ຽວ,ຈະເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຂະນະທີ່ ລັດຖະບານລາວໄດ້ວາງເປົ້າຫມາຍໄວ້ວ່າຈະດຶງດູນັກທ່ອງທ່ຽວໃຫ້ປະມານ 3 ລ້ານຄົນ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄໍາກໍຕັ້ງເປົ້າຫມາຍໄວ້ວ່າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 7 ແສນຄົນ ສະນັ້ນ ສະຫນາມບິນສາກົນແຫ່ງໃຫມ່ແຂວງບໍ່ແກ້ວນີ້ຈະກາຍເປັນບ່ອນຮອງຮັບຫນຶ່ງໃນສູນກາງທາງຜ່ານ ແລະ ປາຍທາງການທ່ອງທ່ຽວສໍາລັບແຂກພາຍໃນ-ຕ່າງປະເທດ.
ແຫຼ່ງຂ່າວ: ຈົດໝາຍຂ່າວ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...