spot_img
Homeຂ່າວພາຍ​ໃນສາວລາວຈອງທີ່ພັກກັບເພຈປອມເສຍເງິນເກືອບ 5 ລ້ານກີບ

ສາວລາວຈອງທີ່ພັກກັບເພຈປອມເສຍເງິນເກືອບ 5 ລ້ານກີບ

Published on

ຈາການແບ່ງປັນຈາກເຟສບຸກທ່ານໜຶ່ງໄດ້ອອກມາເລົ່າປະສົບການ ທີ່ຕົກເປັນເຫຍື່ອເພຈປອມໃນການຈອງທີ່ພັກ ໂດຍມີເນື້ອໃນວ່າ: ຝາກເຕືອນຫມູ່ເພື່ອນເດີ ໃຜທີ່ກໍາລັງຈະຈອງຫ້ອງໄປພັກຢູ່ທີ່ຄາເຟຍົນ See Stars & Forest Resort ຕອນນີ້ມີເພກປອມຫລາຍ ແລະ ເຮົາເອງກໍ່ຫາກະຕົກເປັນເຫຍື່ອຂອງມິດສາຊີບ ຂໍ້ມູນທຸກຢ່າງເປະເປະ ປານພະນັກງານ ຮຮ ສົ່ງໃຫ້ເຮົາ ແມ້ກະທັ່ງ ຫລັງຈາກໂອນເງິນໄປໄດ້ 2-3 ມື້ແລ້ວ ຂໍປ່ຽນຫ້ອງກະຍັງຕອບເຮົາ.

ພໍໄປເຊັກອິນພະນັກງານບອກວ່າ ບໍ່ມີຊື່ນີ້ຈອງມາ ລະພະນັກງານກໍໄດ້ຖາມວ່າ ເຈົ້າໂອນເຂົ້າບັນຊີໃດ? ພໍແຕ່ໂຊ ເຂົາກະວ່າ ນີ້ບໍ່ແມ່ນຄົນລາວຄົນທໍາອິດທີ່ຖືກຕົ້ມ ເຊິ່ງມີຫຼາຍລາຍເຈິມາແລ້ວ ເຊິ່ງໂຕເອງ ຢືນງົງ ໄດ້ຍິນແຕ່ໃນຂ່າວ ບໍ່ຄຶດວ່າຈະມາເຈິກັບໂຕເອງ ໃຄແຕ່ຍັງມີຫ້ອງຫວ່າງໃຫ້ໄດ້ພັກ ໄດ້ຈ່າຍໃຫມ່ຫມົດເລີຍປະສົບການນີ້ ຢາກຝາກບອກທຸກຄົນເພື່ອມີສະຕິລະວັງຕົວນໍາກັນ ຕ້ອງໂທໄປຫາໂຮງແຮມກ່ອນເດີເພື່ອຄວາມແນ່ໃຈ ຢ່າຫລົງກົດໂອນງ່າຍເພື່ອບໍ່ຢາກໃຫ້ເກີດເຫດການແບບນີ້ອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...