Homeຂ່າວຕ່າງປະເທດເພື່ອບໍ່ໃຫ້ຖືກຕົ້ມ! ຂໍ້ສັງເກດເພຈແທ້ກັບເພຈປອມ ສຳລັບແຫຼ່ງທ່ອງທ່ຽວທີ່ຄົນລາວກຳລັງຣິດໄປໃນໄທ

ເພື່ອບໍ່ໃຫ້ຖືກຕົ້ມ! ຂໍ້ສັງເກດເພຈແທ້ກັບເພຈປອມ ສຳລັບແຫຼ່ງທ່ອງທ່ຽວທີ່ຄົນລາວກຳລັງຣິດໄປໃນໄທ

Published on

ຈາກກໍລະນີທີ່ມີເຟສບຸກຊື່ວ່າ Manichith Haemany ໄດ້ອອກມາໂພສ ຝາກເຕືອນໝູ່ເພື່ອນທຸກຄົນ ໃນວັນທີ 31 ມັງກອນ 2024 ຜ່ານມາ, ກ່ຽວກັບການຈອງທີ່ພັກທີ່ຄາເຟຍົນ See Stars & Forest Resort ຢູ່ຈັງຫວັດສະກົນນະຄອນ ປະເທດໄທ ແລ້ວຕົນເອງຖືກຕົວະຈາກເພຈປອມໃຫ້ຊຳລະການຈອງຄ່າທີ່ພັກມູນຄ່າ 7000 ບາດ ຫຼື ປະມານເກືອບ 5 ລ້ານກີບ ເຊິ່ງສະຖານທີ່ດັ່ງກ່າວເປັນສະຖານທີ່ທີ່ນັກທ່ອງທ່ຽວກຳລັງຍອດຮິດທັງຄົນລາວ ແລະ ຄົນໄທເອງ.

ດັ່ງນັ້ນທາງທີມງານລາວໂພສຈຶ່ງມາແນະນຳກ່ຽວກັບຂໍ້ສັງເກດໃນການເບິ່ງເພຈແທ້ ກັບເພຈປອມ ດັ່ງນີ້: ສຳລັບເພຈແທ້ໃຫ້ສັງເກດຈາກໜ້າປົກມີຊ່ອງທາງການໂອນເງິນຢ່າງຊັດເຈນ ແລະ ຝາກເບີໂທສອບຖາມລາຍລະອຽດ ນອກຈາກນີ້ຍັງສັງເກດຈາກຄົນກົດໃຈຫຼາຍກວ່າ 160,000 ຄົນ ແລະ ຜູ້ຕິດຕາມໃນປັດຈຸບັນທີ່ມີຈຳນວນຫຼາຍກວ່າ 175,000 ຄົນ ຊຶ່ງເພຈແທ້ໄດ້ມີການອອກມາໂພສເຕືອນເຖິງເພຈປອມຕະຫຼອດເວລາເພື່ອບໍ່ໃຫ້ຄົນທີ່ມາໃຊ້ບໍລິການຕ້ອງຕົກເປັນເຫຍື່ອ.

ສ່ວນເພຈປອມສັງເກດຈາກໜ້າປົກບໍ່ມີຊ່ອງທາງການໂອນທີ່ຊັດເຈນ ແລະ ມີຍອດການກົດຖືກໃຈ ກັບຍອດຜູ້ຕິດຕາມນ້ອຍກວ່າເພຈຫຼັກ ແຕ່ຢ່າງໃດກໍຕາມຂໍໃຫ້ນັກທ່ອງທ່ຽວທຸກຄົນໃຫ້ມີສະຕິລະມັດລະວັງຕົວ ສຳລັບໃຜທີ່ກຳລັງຈະໄປໃຊ້ບໍລິການຄວນໂທສອບຖາມເບີໂທທີ່ຂຶ້ນຢູ່ໜ້າເພຈແທ້ກ່ອນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອອີກ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...