spot_img
Homeຂ່າວພາຍ​ໃນສະໜອງອຸປະກອນເກັບຮັກສາ-ຂົນສົ່ງເລືອດ

ສະໜອງອຸປະກອນເກັບຮັກສາ-ຂົນສົ່ງເລືອດ

Published on

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນໂຄງການສະໜອງອຸປະກອນເກັບຮັກສາ ແລະ ຂົນສົ່ງເລືອດໃຫ້ແກ່ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ເພື່ອຍົກລະດັບການນຳສົ່ງເລືອດ ໃນ 6 ແຂວງພາກເໜືອພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ມູນຄ່າປະມານ 188.000 ໂດລາສະຫະລັດ,ພິທີເຊັນສັນຍາເປັນການລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນເມື່ອບໍ່ດົນມານີ້ທີ່ ນະຄອນຫຼວງວຽງຈັນ,ຕາງໜ້າເຊັນລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດໂດຍມີ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ທ່ານ ຊິນຊຸເກະ ໂອກິລິ ຜູ້ອຳນວຍການບໍລິສັດ ໄດໂດ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ພູທອນ ເມືອງປາກ ໄດ້ຕາງໜ້າໃຫ້ການອົງການກາແດງລາວ ກ່າວຄຳເຫັນໃນພິທີເຊັນສັນຍາເຖິງການຊ່ວຍເຫຼືອຈາກປະເທດຍີ່ປຸ່ນໃນຄັ້ງນີ້ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການຍົກລະດັບລະບົບຂົນສົ່ງເລືອດ ໃນ 6 ແຂວງພາກເໜືອ, ໂຄງການດັ່ງກ່າວຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ສູນເລືອດແຂວງຫຼວງພະບາງໃນການຕອບສະໜອງເລືອດ ແລະ ສ່ວນປະກອບຂອງເລືອດໃຫ້ແກ່ບັນດາແຂວງໃກ້ຄຽງ, ພ້ອມທັງເປັນການປະກອບສ່ວນເຂົ້າໃນການປັບປຸງການບໍລິການດ້ານສາທາລະນະສຸກຂອງລັດຖະບານລາວ, ໂດຍຜ່ານການພັດທະນາແຜນຍຸດທະສາດເລືອດແຫ່ງຊາດ 2021-2030, ໂຄງການນີ້ແມ່ນລັດຖະບານຍີ່ປຸ່ນຈະໄດ້ສະໜອງອຸປະກອນການແພດທີ່ມີຄຸນະພາບສູງຜ່ານການຮ່ວມມືກັບ ບໍລິສັດ ໄດໂດ ຈຳກັດຜູ້ດຽວ ປະເທດຍີ່ປຸ່ນ.

ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ໃຫ້ຄຳເຫັນວ່າ: ສູນເລືອດແຂວງຫຼວງພະບາງເປັນສູນເລືອດທີ່ມີຂະໜາດໃຫຍ່ເປັນອັນດັບ 2 ໃນທົ່ວປະເທດ,ຍັງມີໜ້າທີ່ສຳຄັນຄືເປັນສູນເລືອດທີ່ສ້າງ ແລະ ນຳສົ່ງຖົງເລືອດໃຫ້ແກ່ 6 ແຂວງພາກເໜືອອີກດ້ວຍ, ເລືອດມີຄວາມຈຳເປັນໃນກໍລະນີເກີດອຸບັດຕິເຫດ ແລະ ມີການຜ່າຕັດ, ແຕ່ເນື່ອງຈາກວ່າຢູ່ໃນປະເທດລາວມີຄົນເຈັບທີ່ມີພະຍາດເລືອດຕິດໂຕມາແຕ່ກຳເນີດເປັນຈຳນວນຫຼາຍເຮັດໃຫ້ຜະລິດຕະພັນເລືອດທີ່ໄດ້ຮັບຈາກສູນເລືອດແຂວງຫຼວງພະບາງກາຍເປັນສິ່ງຊູຊີບທີ່ຈຳເປັນສຳລັບຄົນເຈັບ, ແຕ່ປັດຈຸບັນສູນເລືອດແຂວງຫຼວງພະບາງແມ່ນມີການເກົ່າແກ່ຊຸດໂຊມລົງເຮັດໃຫ້ຫຍຸ້ງຍາກໃນການນຳສົ່ງຜະລິດຕະພັນເລືອດທີ່ມີຄຸນະພາບສູງ ແລະ ປອດໄພໄປບ່ອນອື່ນໄດ້”.

ຂ່າວ: ວຽງຈັນໃໝ່.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...