Homeຄົນຈົມນ້ຳເດັກນ້ອຍອາຍຸ 6 ປີລົງຫຼິ້ນໜອງຂ້າງບ້ານຈົມເສຍຊີວິດ

ເດັກນ້ອຍອາຍຸ 6 ປີລົງຫຼິ້ນໜອງຂ້າງບ້ານຈົມເສຍຊີວິດ

Published on

ອີງຕາມການລາຍງານຂອງ ທີມຄົ້ນຫາໃຕ້ນໍ້ານາກນ້ອຍ ລາຍງານໃນເວລາ 8:30 ຂອງວັນທີ 18 ມັງກອນ 2024 ນີ້ໄດ້ຮັບແຈ້ງເຫດວ່າມີເດັກນ້ອຍ ໄດ້ລົງຫຼິ້ນນ້ຳໜອງຂ້າງເຮືອນ ແລ້ວຈົມເສຍຊີວິດ ທີ່ບ້ານໂຄກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ໃຊ້ເວລາ 1 ຊົ່ວໂມງກວ່າຈຶ່ງພົບເຫັນ ຮ່າງໄຮ້ວິນຍານ ຂອງເດັກນ້ອຍ ຊື່ວ່າ: ເລັກໂກ້ເພດຊາຍ ອາຍຸ 6 ປີ ບ້ານໂຊກນ້ອຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຂໍສະແດງຄວາມເສຍໃຈຕໍ່ຍາດຜູ້ເສຍຊີວິດດ້ວຍ ແລະ ຝາກເປັນອຸທາຫອນໃຫ້ແກ່ຜູ້ປົກຄອງ ບໍ່ຄວນປ່ອຍໃຫ້ເດັກນ້ອຍ ຫລິ້ນຕາມລຳພັງ ໂດຍສະເພາະໃກ້ເຂດໜອງນໍ້າແຖວບ້ານ ເພື່ອຫຼີກຫຼ່ຽງເຫດການແບບນີ້ບໍ່ໃຫ້ເກີດຂຶ້ນ.

ທີ່ມາ: ທີມຄົ້ນຫາໃຕ້ນໍ້ານາກນ້ອຍ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...