spot_img
Homeຂ່າວຄາດຕະກຳພໍ່ຄາດຕະກໍາລູກຊາຍຕົນເອງ

ພໍ່ຄາດຕະກໍາລູກຊາຍຕົນເອງ

Published on

ເກີດເຫດເສົ້າສະຫຼຸົດໃຈຢູ່ບ້ານພິນຫໍ້ ເມືອງລອງ ແຂວງຫຼວງນໍ້າທາ. ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ປກສ ເມືອງລອງ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 12 ມັງກອນ 2024 ໄດ້ຮັບແຈ້ງຄວາມຈາກ ປກສ ກຸ່ມບ້ານ ຈົງກາ ເມືອງລອງ ແຂວງຫຼວງນໍ້າທາ ວ່າມີເຫດການຄາດຕະກໍາ (ພໍ່ຂ້າລູກຊາຍຕົນເອງ) ຜູ້ເສຍຊີວິດ ຊື່ເດັກຊາຍ ເຍຍກົງ ອາຍຸ 9 ເດືອນ ຢູ່ບ້ານພິນຫໍ້. ຈຶ່ງໄດ້ແຕ່ງຕັ້ງພະນັກວິຊາສະເພາະລົງສົມທົບກັບອຳນາດການປົກຄອງບ້ານ ແລະ ປກສ ກຸ່ມບ້ານ ເຂົ້າກັກຕົວ ທ້າວ ເຢັງ ອາຍຸ 26 ປີ, ອາຊີບຊາວນາ ຢູ່ບ້ານພິນຫໍ້ ເມືອງລອງ ແຂວງຫຼວງນໍ້າທາ (ຜູ້ກໍ່ເຫດ) ພ້ອມທັງຊັນນະສູດພິກສາກສົບ ພົບຮ່ອງຮອຍລູກວານເຂົ້າຢູ່ບໍ່ລິເວນງອນ ສອດອອກກາງເອິກດ້ານໜ້າ ຈຶ່ງເຮັດໃຫ້ເດັກຊາຍເສຍຊີວິດຄາທີ່.

ຜ່ານການເອົາຄໍາໃຫ້ການຂອງເຈົ້າໜ້າທີ່ ທ້າວ ເຢັງ ໄດ້ຮັບສາລະພາບວ່າຜູ້ກ່ຽວມີເຈຕະນາຄາດຕະກໍາລູກຊາຍຕົນເອງແທ້ ດ້ວຍການນໍາໃຊ້ປືນແກັບຍິງ. ສາເຫດກໍ່ຍ້ອນບັນຫາທາງຄອບຄົວ ໄດ້ມີການຜິດຖ່ຽງກັນມາຍາວນານແລ້ວ ໂດຍຜູ້ກ່ຽວສົງໄສວ່າເມຍຕົນເອງ (ນາງ ກາເຊຍທໍ) ມີຊູ້. ກ່ອນມື້ເກີດເຫດ ໃນວັນທີ 12 ມັງກອນ 2024 ຢູ່ບ້ານພິນຫໍ້ ໄດ້ມີງານບູນປະເພນີຂອງເຜົ່າມົ້ງ (ກິນຈຽງ) ທ້າວ ເຢັງ (ຜູ້ກໍ່ເຫດ) ໄດ້ບອກນາງ ກາເຊຍທໍ (ຜູ້ເປັນເມຍ) ໃຫ້ນຸ່ງຊຸດຊົນເຜົ່າເພື່ອໄປຖ່າຍຮູບຄອບຄົວຢູ່ໃນງານບຸນ. ແຕ່ຜູ້ເປັນເມຍບໍ່ນຸ່ງ ພ້ອມທັງຕອບວ່າ ນຸ່ງຊຸດໃດຖ່າຍຮູບກໍ່ບໍ່ເປັນຫຍັງ. ຈາກນັ້ນ, ກໍ່ໄດ້ພາກັນໄປເບີ່ງກິລາຊາວໜຸ່ມຢູ່ໃນງານບຸນ, ພໍກັບມາຮອດເຮືອນທັງສອງໄດ້ຜິດຖຽງກັນ ຍ້ອນຜູ້ກ່ຽວຄິດສົງໄສເມຍໄດ້ໄປເຫັນໜ້າແຟນເກົ່າ ຈຶ່ງບໍ່ຢາກນຸ່ງຊຸດຊົນເຜົ່າ ຕົນເອງຈຶ່ງໄດ້ຮ້າຍເຕະເຄື່ອງຂອງຢູ່ໃນເຮືອນ. ເວລານັ້ນເອງ ພໍ່ຂອງທ້າວ ເຢັງ ກໍ່ໄດ້ອອກມາຫ້າມ ພ້ອມທັງຈັບເອົາເຫຼັກເສັ້ນ ຟາດໃສ່ຫົວຜູ້ກ່ຽວ 3 ບາດ ເຮັດໃຫ້ເລືອດອອກ.

ຕົນເອງເລີຍຕັດສິນໃຈອຸ້ມເອົາລູກຊາຍຫວັງຈະຂ້າຕົນເອງ ຕາຍໄປພ້ອມກັບລູກ. ໂດຍການນໍາເອົາປືນແກັບຍິງ ລູກຊາຍຕົນເອງ ເສຍຊີວິດຄາທີ່ ແລ້ວເຂົ້າໄປໃນເຮືອນ ເອົາປືນແກັບອີກບອກໜື່ງ ມາຍິງໃສ່ຕົນເອງ ແຕ່ບໍ່ຖືກ ຍ້ອນປືນຍາວກາຍຫົວໄປ. ຈຶ່ງໄດ້ເຂົ້າໄປເອົາປືນແກັບບອກທີສາມ ຫວັງຈະມາຍິງຕົນເອງອີກເທື່ອໃໝ່ ແຕ່ຍາດພີ່ນ້ອງ ໄດ້ເຂົ້າມາຍາດໄວ້ໄດ້ທັນ. ປັດຈຸບັນ, ທ້າວ ເຢັງ (ຜູ້ກໍ່ເຫດ) ໄດ້ຖືກເຈົ້າໜ້າທີ່ກັກຕົວ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...