Homeຂ່າວຕ່າງປະເທດພໍ່ຕູ້ອິນເດຍຟື້ນຂຶ້ນມາມີຊີວິດອີກຄັ້ງຍ້ອນລົດຕົກຂຸມ

ພໍ່ຕູ້ອິນເດຍຟື້ນຂຶ້ນມາມີຊີວິດອີກຄັ້ງຍ້ອນລົດຕົກຂຸມ

Published on

ເວັບໄຊ້ຂ່າວ NDTV ລາຍງານໃນວັນທີ 18 ມັງກອນ 2024 ນີ້ກ່ຍວກັບເລື່ອງລາວທີ່ຜູ້ຄົນໃຫ້ຄວາມສົນໃຈຢ່າງຫຼວງຫຼາຍໃນອິນເດຍ ເມື່ອພໍ່ຕູ້ອາຍຸ 80 ປີຖືກລະບຸເສຍຊີວິດ ແລະ ຄອບຄົວພີ່ນ້ອງກຳລັງນຳຮ່າງກັບໄປບ້ານເກີດເພື່ອໄປປະກອບພິທີທາງສາສະໜາ ເຊິ່ງລະຫວ່າງການເດີນທາງ ເກີດລົດຕົກຂຸມເຮັດໃຫ້ພໍ່ຕູ້ກກັບມາຫາຍໃຈອີກຄັ້ງ.

ຕາມການລາຍາງນຂອງສື່ທ້ອງຖິ່ນໄດ້ລະບຸວ່າ: ພໍ່ຕູ້ຄົນດັ່ງກ່າວຊື່ວ່າ: ຄາຊານ ສິງ ບຣາລາ ຊາຍຊາວອິນເດຍອາຍຸ 80 ປີ ຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈຕັ້ງແຕ່ວັນທີ 4 ເດືອນມັງກອນ 2024 ຜ່ານມາ, ພາຍໃນໂຮງໝໍໃນ ລັດຮາເລີຍນາ ກ່ອນທີ່ແພດຈະຕັດສິນໃຈນຳເຄື່ອງຊ່ວຍຫາຍໃຈອອກ ແລະ ແຈ້ງຂ່າວ່າພໍ່ຕູ້ເສຍຊີວິດແລ້ວ.

ຕໍ່ມາທາງຄອບຄົວໄດ້ນຳຮ່າງຂອງພໍ່ຕູ້ກັບໄປບ້ານເກີດຂອງລາວໃນເມືອງ ກອນນານ ເພື່ອໄປປະກອບພິທີທາງສາສະໜາ  ແຕ່ໃນຂະນະທີ່ລົດນັ້ນໄດ້ເກີດຕົກຂຸມຢູ່ຫົນທາງ ແຮງສັ່ນສະເທືອນເຮັດໃຫ້ພໍ່ຕູ້ເລີ່ມເນັງຕີງແຂນ ແລະ ມີສັນຍານຊີບ ຈຶງໄດ້ບອກຄົນຂັບໃຫ້ສົ່ງກັບໂຮງໝໍໂດຍດ່ວນ. ກ່ອນທີ່ໝໍຈະແຈ້ງວ່າພໍ່ຕູ້ກັບມາມີຊີວິດ ປານປະຕິຫານ  ເຖິງແມ່ນວ່າພໍ່ຕູ້ຈະກັບມາຫາຍໃຈເອງແລ້ວ ແຕ່ອາການຍັງໜ້າເປັນຫ່ວງຫຼາຍເນື່ອງຈາກມີອາການຕິດເຊື້ອຢູ່ບໍລິເວນໜ້າເອິກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...