Homeຂ່າວພາຍ​ໃນຂໍແກ້ໄຂບັນຫາພາຍໃນຄອບຄົວກ່ອນ

ຂໍແກ້ໄຂບັນຫາພາຍໃນຄອບຄົວກ່ອນ

Published on

ຈາກກໍລະນີທີ່ມີຜູ້ຍິງຖືກຜູ້ຊາຍທໍາຮ້າຍຮ່າງກາຍກາງງານບຸນກິນຈຽງທີ່ແຂວງຊຽງຂວາງ ເມື່ອວັນທີ 14 ມັງກອນ ທີ່ຜ່ານມາ ແລະ ໄດ້ກາຍເປັນຂ່າວດັງຜ່ານສື່ສັງຄົມອອນລາຍ ພ້ອມທັງເປັນທີ່ວິພາກວິຈານກັນເຖິງການກະທຳອັນໃຊ້ຄວາມຮຸນແຮງ ຕໍ່ກັບແມ່ຍິງຢ່າງຫຼວງຫຼາຍໃນສັງຄົມ, ຕໍ່ກັບເຫດການດັ່ງກ່າວທາງສະຫະພັນແມ່ຍິງແຂວງຊຽງຂວາງ ກໍໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ແລະ ຕິດຕາມສະພາບການປິ່ນປົວຂອງຜູ້ເສຍຫາຍຢ່າງຕໍ່ເນື່ອງ. ​

May be an image of 7 people and hospital

ທ່ານ ນາງ ຈັນທະສອນ ພູນສຸກ, ປະທານສະຫະພັນແມ່ຍິງແຂວງຊຽງຂວາງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 18 ມັງກອນທີ່ຜ່ານມາວ່າ: ຕໍ່ເຫດການທີ່ເກີດຂຶ້ນ, ສະຫະພັນແມ່ຍິງແຂວງ ກໍບໍ່ໄດ້ນິ່ງນອນໃຈ ໂດຍໄດ້ແຕ່ງຕັ້ງຄະນະໄປຢ້ຽມຢາມ, ໃຫ້ກໍາລັງໃຈ ແລະ ໃຫ້ຄໍາປຶກສາແກ່ຜູ້ເສຍຫາຍ, ປັດຈຸບັນພວມປິ່ນປົວຢູ່ໂຮງໝໍແຂວງ ແລະ ໃຫ້ແຍກຢູ່ຫ້ອງຄົນດຽວ ເພື່ອບໍ່ໃຫ້ຄົນອື່ນເຂົ້າໄປລົບກວນ. ສ່ວນຜູ້ກໍ່ເຫດແມ່ນຢູ່ພາຍໃຕ້ການຄວບຄຸມຕົວ ຂອງເຈົ້າໜ້າທີ່ກ່ຽວຂ້ອງ. ​

May be an image of 1 person and hospital

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບສາເຫດຂອງການໃຊ້ຄວາມຮຸນແຮງໃນຄັ້ງນີ້, ແມ່ນມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເປັນຜູ້ສືບສວນສອບສວນ, ສ່ວນສະຫະພັນແມ່ຍິງແຂວງແມ່ນຈະມີການຕິດຕາມ ແລະ ໃຫ້ການຊ່ວຍເຫຼືອດ້ານການໃຫ້ຄໍາປຶກສາຕ່າງໆຕາມພາລະບົດບາດຂອງຕົນ, ເຊິ່ງຄາດວ່າຜູ້ກ່ຽວຈະອອກໂຮງໝໍໃນໄວໆນີ້ ເພາະອາການດີຂຶ້ນຢ່າງຕໍ່ເນື່ອງ. ຂະນະທີ່ຍາດພີ່ນ້ອງຂອງທັງຝ່າຍຍິງ ແລະ ຝ່າຍຊາຍ ໄດ້ເອົາໃຈໃສ່ເບິ່ງແຍງຜູ້ກ່ຽວເປັນຢ່າງດີ.

ສໍາລັບການແກ້ໄຂບັນຫາ, ໃນເບື້ອງຕົ້ນທັງຝ່າຍຍິງ ແລະ ຊາຍ ໄດ້ແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງວ່າ: ຈະຂໍແກ້ໄຂບັນຫາທີ່ເກີດຂຶ້ນພາຍໃນຄອບຄົວເຂົາເຈົ້າເທົ່ານັ້ນ.ຢ່າງໃດກໍຕາມ, ສະຫະພັນແມ່ຍິງແຂວງກໍຄືທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຈະຕິດຕາມຜູ້ກ່ຽວຢ່າງໃກ້ຊິດ ເພື່ອໃຫ້ການຊ່ວຍເຫຼືອຕາມຄວາມເໝາະສົມຖ້າຫາກມີຄວາມຈໍາເປັນ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...