Homeຂ່າວຄາດຕະກຳຫຼອນຢາ ແລ້ວໃຊ້ໄມ້ຄ້ອນກໍ່ເຫດຄາຕະກຳ

ຫຼອນຢາ ແລ້ວໃຊ້ໄມ້ຄ້ອນກໍ່ເຫດຄາຕະກຳ

Published on

ໃນວັນທີ 20 ທັນວາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫຼວດ ປກສ ເມືອງ ປາກຊ່ອງ ໄດ້ຮັບການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງວ່າ: ໄດ້ມີເຫດການຄາຕະກຳ ແລະ ການທຳຮ້າຍຮ່າງກາຍ ຢູ່ເຂດບ້ານ ຫ້ວຍຈຽດ ເມືອງປາກຊ່ອງ ແຂວງຈຳປາສັກ.

ຫຼັງຈາກໄດ້ຮັບລາຍງານຈາກພາກສ່ວນກ່ຽວຂ້ອງ ເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງສະຖານທີ່ເກີດເຫດໄດ້ເກັບກຳຂໍ້ມູນຈຶ່ງສາມາດຮູ້ໄດ້ວ່າ: ຜູ້ກໍ່ເຫດຊື່ທ້າວ ຄອງ ພູມມີໄຊ ອາຍຸ 37 ປີ ອາຊີບເຮັດສວນ ບ້ານຫ້ວຍຈຽດ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໃຊ້ໄມ້ຄ້ອນຍາວຕີໃສ່ບໍລິເວນຫົວ ແລະ ແຂນຂອງທ້າວເມັ່ງ ຈົນເສຍຊີວິດ ແລະ ທຳຮ້າຍຮ່າງກາຍ ທ້າວວັນໄຊ ຈົນໄດ້ຮັບບາດເຈັບສົມຄວນ ເນື່ອງຈາກວ່າຜູ້ກ່ຽວໄດ້ເສບຢາຈົນເກີດອາການມຶນເມົາຈົນຫຼອນ ເມື່ອມາຮອດເວລາ 15:30 ນາທີຂອງວັນດຽວກັນ ຈຶ່ງໄດ້ກັກຕົວຜູ້ກໍ່ເຫດມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...