Homeຂ່າວຕ່າງປະເທດໂຮງງານບັ້ງພຸລະເບີດ ຫຼ້າສຸດເສຍຊີວິດ 25 ຄົນ

ໂຮງງານບັ້ງພຸລະເບີດ ຫຼ້າສຸດເສຍຊີວິດ 25 ຄົນ

Published on

ເມື່ອເວລາປະມານ 15.30 ນາທີຂອງວັນທີ 17 ມັງກອນທີ່ຜ່ານມາ, ເກີດເຫດໂຮງງານຜະລິດບັ້ງພຸລະເບີດ ທີ່ບ້ານສາລາຂາວ, ເມືອງສຸພັນບຸລີ, ແຂວງສຸພັນບຸລີ, ແຮງລະເບີດຈາກເຫດການດັ່ງກ່າວມີຄວາມແຮງເປັນ ລັດສະໝີແຜ່ວົງກວ້າງເຖິງ 50 ຫາ 100 ແມັດ ,ໂຊກດີທີ່ຈຸດຕັ້ງຂອງໂຮງງານຢູ່ກາງທົ່ງນາຈຶ່ງບໍ່ເຮັດໃຫ້ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ,ແຕ່ລູກຈ້າງທີ່ເຂົ້າໄປເຮັດວຽກໃນໂຮງງານມີຍອດຜູ້ເສຍຊີວິດ ຫຼ້າສຸດແມ່ນ 25 ຄົນ.

ผวจ.สุพรรณ เผย โรงงานพลุระเบิด คนข้างในเกือบ 20 คน ไม่มีใครออกมาได้

ທ່ານ ນັດຖະພັດ ສຸວັນປະທີບ ເຈົ້າແຂວງສຸພັນບຸລີໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດການຂຶ້ນ ທາງເຈົ້າໜ້າທີ່ EOD, ເຈົ້າໜ້າທີ່ທ້ອງຖິ່ນທີ່ກ່ຽວຂ້ອງໄດ້ທຳການເຂົ້າໄປຍັງພື້ນທີ່ເພື່ອລະງັບເຫດ ແລະ ໄດ້ມີການປິດພື້ນທີ່ ບໍ່ໃຫ້ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າໃກ້ພື້ນທີ່ດັ່ງກ່າວ, ເນື່ອງຈາກບໍລິເວນຈຸດເກີດເຫດອາດຈະມີວັດຖຸທີ່ກໍ່ໃຫ້ເກີດການລະເບີດຂຶ້ນມາອີກຄັ້ງ, ເຊິ່ງຕອນນີ້ເຈົ້າໜ້າທີ່ຍັງຄົງທຳການເຂົ້າສຳຫຼວດພື້ນທີ່, ຕໍ່ກັບຈຳນວນລູກຈ້າງ ທີ່ເຂົ້າໄປເຮັດວຽກພາຍໃນໂຮງງານຂອງມື້ທີ່ເກີດເຫດແມ່ນຍັງບໍ່ທັນຮູ້ຈຳນວນທີ່ແນ່ຊັດ ເພາະຈຳນວນລູກຈ້າງທີ່ເຂົ້າໄປເຮັດວຽກໃນແຕ່ລະມື້ບໍ່ເທົ່າກັນ, ບາງມື້ໜ້ອຍ, ບາງມື້ຫຼາຍ, ປັດຈຸບັນນີ້ຍອດຜູ້ເສຍຊີວິດແມ່ນ 23 ຄົນ, ເຊິ່ງຍັງບໍ່ທັນພົບຜູ້ລອດຊີວິດຈາກເຫດການນີ້ແຕ່ຢ່າງໃດ, ເຊິ່ງທາງການກໍຈະໄດ້ຫາແນວທາງເພື່ອທຳການຟື້ນຟູສະພາບຈິດໃຈຂອງຜູ້ໄດ້ຮັບຄວາມສູນເສຍຈາກເຫດການຄັ້ງນີ້.ຈາກການກວດສອບເລື່ອງໃບຂໍອະນຸຍາດເປີດໂຮງງານ ເຫັນວ່າໂຮງງານດັ່ງກ່າວໄດ້ລົງທະບຽນຢ່າງຖືກຕ້ອງ,ເປັນໃບທະບຽນແບບປີຕໍ່ປີ, ການຂໍອະນຸຍາດຂອງຜູ້ປະກອບການແມ່ນເຮັດເປັນແບບເຄືອຍາດຄື: ປີນີ້ລູກມາຂໍຂຶ້ນທະບຽນ ແລະ ປີຕໍ່ໄປແມ່ມາຂໍຂຶ້ນທະບຽນ, ຕໍ່ກັບ ກໍລະນີແບບນີ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈະໄດ້ທຳການພິຈາລະນາ ແລະ ຕ້ອງມີການກວດສອບເອກະສານໃນການຂໍໃບອະນຸຍາດອີກໃນຄັ້ງຕໍ່ໄປຢ່າງເຂັ້ມຫງວດຕື່ມອີກ.

ໂຮງງານແຫ່ງນີ້ໄດ້ທຳການຜະລິດບັ້ງພຸຕັ້ງແຕ່ເດືອນພະຈິກ ປີ 2022 ເປັນຕົ້ນມາ ແລະ ໂຮງງານນີ້ເຄີຍເກີດເຫດການລະເບີດມາແລ້ວຄັ້ງໜຶ່ງ, ເຊິ່ງຕອນນັ້ນມີລູກຈ້າງເສຍຊີວິດ 1 ຄົນ, ບາດເຈັບສາຫັດ 3 ຄົນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...