spot_img
Homeຂ່າວທ້ອງຖິ່ນແກ້ໄຂບັນຫາຈາກໂຮງງານຜະລິດມັນຕົ້ນ

ແກ້ໄຂບັນຫາຈາກໂຮງງານຜະລິດມັນຕົ້ນ

Published on

ອີງຕາມຫາງສຽງສັງຄົມໄດ້ລາຍງານເຖິງບັນຫາທີສົ່ງຜົນກະທົບຕໍ່ສິ່ງແວດລ້ອມເຊິ່ງເກີດຂຶ້ນຈາກໂຮງງານຜະລິດແປ້ງມັນຕົ້ນລາວທີທີແອວ ພັດທະນາຄົບວົງຈອນຈໍາກັດ ທີ່ບ້ານມະນີລາດ, ເມືອງໄຊບູລີ, ແຂວງສະຫວັນນະເຂດ, ເພື່ອແກ້ໄຂບັນຫາຕາມຫາງສຽງສັງຄົມຮຽກຮ້ອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊບູລີ ພ້ອມທີມງານຂັ້ນເມືອງ,ບ້ານ ແລະ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ກໍໄດ້ລົງຕິດຕາມກວດກາໂຮງງານດັ່ງກ່າວ ເມື່ອວັນທີ 13 ມັງກອນທີ່ຜ່ານມາ.

ຜ່ານການລົງຕິດຕາມກວດກາຕົວຈິງຂອງທີມງານກວດກາພາກສະໜາມຂັ້ນເມືອງ ແມ່ນພົບເຫັນບັນຫາທີ່ສົ່ງຜົນກະທົບທາງດ້ານສິ່ງແວດລ້ອມ ເປັນຕົ້ນ ເກີດມີກິ່ນເໝັນຈາກການຜະລິດ, ມີບັນຫານໍ້າເປື້ອນທີ່ໄຫຼຊຶມລົງແຫຼ່ງນໍ້າທໍາມະຊາດ, ມີບັນຫາຝຸ່ນລະອອງໃນເວລາຂົນສົ່ງ ແລະ ເກີດມີສຽງດັງໃນການດຳເນີນງານເວລາກາງຄືນ. ດັ່ງນັ້ນ, ຄະນະກໍາມະການຕິດຕາມກວດກາ ຈຶ່ງໄດ້ແນະນໍາທາງດ້ານວິຊາການໃຫ້ເຈົ້າຂອງໂຮງງານ ປະຕິບັດຕາມບົດບັນທຶກຂອງການຕິດຕາມກວດກາດ້ານສິ່ງແວດລ້ອມ, ໂດຍໃຫ້ໂຮງງານເຮັດທຸກວິທີທາງ ເພື່ອກັນນໍ້າທີ່ບໍ່ທັນບໍາບັດບໍ່ໃຫ້ໄຫຼຊຶມລົງສູ່ແຫຼ່ງນໍ້າທໍາມະຊາດ, ຢຸດຕິການປ່ອຍນໍ້າເປື້ອນລົງໃສ່ແຫຼ່ງນໍ້າທໍາມະຊາດ, ໃຫ້ໂຮງງານປົກປິດ ອ່າງນໍ້າເສຍ, ເຊິ່ງເປັນອ່າງທີ່ສົ່ງກິ່ນເໝັນໃຫ້ສໍາເລັດພາຍໃນ 1 ເດືອນ.

ສໍາລັບຂໍ້ມູນບາງດ້ານທີ່ຄະນະວິຊາການລົງຕິດຕາມກວດກາແລ້ວ ບໍ່ພົບເຫັນຕາມຫາງສຽງສັງຄົມທີ່ເກີດຂຶ້ນແມ່ນມອບໃຫ້ຄະນະປົກຄອງບ້ານມະນີລາດ ເປັນຜູ້ເກັບກໍາຂໍ້ມູນຕື່ມອີກ ແລະ ກ່ອນຈະເປີດທໍາການຜະລິດຢ່າງເປັນທາງການ ຈະຕ້ອງໄດ້ກວດກາຄືນທັງໝົດ ໂດຍອີງຕາມລະບຽບຫລັກການຂອງໂຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຮງງານຜະລິດແປ້ງມັນຕົ້ນ ລາວທີທີແອວ ພັດທະນາຄົບວົງຈອນຈໍາກັດ ໄດ້ສ້າງຂຶ້ນໃນປີ 2021 ເປັນໂຄງການຜະລິດແປ້ງມັນຕົ້ນເພື່ອຈໍາໜ່າຍ ແລະ ສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ເຊິ່ງໄດ້ເລີ່ມດໍາເນີນການຜະລິດແບບທົດລອງໃນວັນທີ 20 ພະຈິກ ປີ 2023 ທີ່ຜ່ານມາ.

ຂ່າວຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...