Homeຂ່າວທ້ອງຖິ່ນເຫດທຳຮ້າຍຮ່າງກາຍກາງງານບຸນກິນຈຽງ

ເຫດທຳຮ້າຍຮ່າງກາຍກາງງານບຸນກິນຈຽງ

Published on

ສະເທືອນໃຈທີ່ສຸດ! ເຫດຊາຍທຳຮ້າຍຮ່າງກາຍຜູ້ຍິງ ຢູ່ທີ່ງານບຸນປະເພນີກິນຈຽງ ໃນແຂວງຊຽງຂວາງ.

ກາຍເປັນສຽງວິພາກວິຈານຢ່າງໜັກໃນສັງຄົມ, ເມື່ອມີຜູ້ໃຊ້ເຟສບຸກຫຼາຍຄົນໄດ້ບັນທຶກວີດີໂອເຫດຜູ້ຊາຍທຳຮ້າຍຜູ້ຍິງຢ່າງຮຸນແຮງ ໃຈກາງງານບຸນປະເພນິກິນຈຽງ (ນໍເປເຈົ່າ) ທີ່ແຂວງຊຽງຂວາງ ໃນມື້ນີ້ ວັນທີ 14/01/2024. ເຊິ່ງໃນຄຣິບເຫັນວ່າ: ຜູ້ຊາຍໄດ້ທຳຮ້າຍຮ່າງກາຍຜູ້ຍິງ ໂດຍການໃຊ້ກຳປັ້ນທຸບ, ມືຟາດໃສ່ບໍລິເວນໜ້າຂອງຜູ້ຍິງ ທັງເອົາເສື້ອຝາດໃສ່ຕົນໂຕຢ່າງແຮງ ໂດຍທີ່ບໍ່ຢ້ານ ແລະ ບໍ່ສົນໃຈຄົນທີ່ຢູ່ເຂດນັ້ນ ການທຳຮ້າຍແມ່ນຫຼາຍຄັ້ງຕໍ່ເນື່ອງເປັນເວລາຫຼາຍນາທີ່.

ຈົນໃນທີ່ສຸດ, ທາງເຈົ້າໜ້າທີ່ ແລະ ປະຊາຊົນຢູ່ບໍລິເວນດັ່ງກ່າວເຂົ້າໄປຊ່ວຍເຫຼືອຜູ້ຍິງ ແລະ ກັກໂຕຊາຍດັ່ງກ່າວໄວ້.

ຈາກຂໍ້ມູນເບື້ອງຕົ້ນຜູ້ແບ່ງປັນໄດ້ລະບຸໃນວີດີໂອວ່າ: ຜູ້ລົງມືແມ່ນຜູ້ເປັນຜົວ, ເນື່ອງຈາກຜູ້ເປັນເມຍໄປຫຼີ້ນບຸນ ເມື່ອຜົວຮູ້ເລີຍນຳມາ ແລະ ທຳຮ້າຍຮ່າງກາຍເມຍ.

ຕອນນີ້, ຜູ້ຖືກທຳຮ້າຍແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ກວດເບິ່ງອາການ ພ້ອມຮັກສາໂຕທີ່ໂຮງໝໍເປັນທີ່ຮຽບຮ້ອຍ.

ຢ່າງໃດກໍຕາມ, ການທຳຮ້າຍຮ່າງກາຍຖືເປັນສິ່ງທີ່ຜິດ ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ໂດຍສະເພາະການທຳຮ້າຍຮ່າງກາຍກັບຜູ້ທີ່ບໍ່ມີທາງສູ້. ຂໍໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງດຳເນີນຄະດີ ແລະ ລົງໂທດຕາມລະບຽບກົດໝາຍ ເພື່ອຊ່ວຍເຫຼືອຜູ້ຖືກກະທຳດ້ວຍ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...