Homeຂ່າວພາຍ​ໃນໄທກຽມສະເໜີ ການນົບ ຂຶ້ນເປັນເອກະລັກປະຈຳຊາດ

ໄທກຽມສະເໜີ ການນົບ ຂຶ້ນເປັນເອກະລັກປະຈຳຊາດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມັງກອນ 2024 ທ່ານ ສົມສັກ ເທບສຸທິນ ຮອງນາຍົກລັດຖະມົນຕີ ເປັນປະທານຈັດກອງປະຊຸມ ຄະນະກຳມະການເອກະລັກຂອງຊາດ ຄັ້ງທີ 1/2024 ມີຄວາມເຫັນ “ການນົບ” ເປັນເອກະລັກປະຈຳຊາດ ກຽມສະເໜີເຂົ້າຄະນະລັດຖະມົນຕີ.

ທ່ານ ສົມສັກ ກ່າວວ່າ: ກອງປະຊຸມຄະນະກຳມະການເອກະລັກຂອງຊາດ ເຫັນດີ ກຳນົດໃຫ້ ການນົບ ເປັນເອກະລັກປະຈຳຊາດ ປະເພດການທັກທາຍ ແລະ ສະແດງຄວາມເຄົາລົບແບບໄທ ເນື່ອງຈາກການນົບເປັນການສະແດງອອກທາງວັດທະນະທຳ ທີ່ຜູກພັນກັບວີຖີຊີວິດຄົນໄທ ເຊິ່ງເຮົາຕາງກໍຄຸ້ນເຄີຍ ແລະ ປະຕິບັດຢູ່ຕະຫຼອດໃນຊີວິດປະຈຳວັນ.

ໃນປັດຈຸບັນການນົບແບບໄທ ໄດ້ເປັນແຜນປະຕິບັດໃນການທັກທາຍທີ່ແຜ່ຫຼາຍ ເປັນສາກົນຫຼາຍຂຶ້ນ ໂດຍສະເພາະພາຍຫຼັງສະຖານະການໂຄວິດ-19 ເຮັດໃຫ້ບັນດາຜູ້ນຳໃນຊາດຕ່າງໆ ຫັນມາທັກທາຍ ແລະ ເຄົາລົບເຊິ່ງກັນດ້ວຍການນົບ ເພື່ອເປັນການຫຼຸດຜ່ອນການສຳພັດ ແລະ ນອກຈາກນີ້ການນົບຍັງສົ່ງເສີມໃນດ້ານວັດທະນາທຳອີກຫຼາຍໆໆດ້ານ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...