Homeຂ່າວພາຍ​ໃນເມືອງວັງວຽງ ກຽມຈັດ 8 ກິດຈະກໍາໃນໂອກາດປີທ່ອງທ່ຽວລາວ 2024

ເມືອງວັງວຽງ ກຽມຈັດ 8 ກິດຈະກໍາໃນໂອກາດປີທ່ອງທ່ຽວລາວ 2024

Published on

ເມືອງວັງວຽງ, ແຂວງວຽງຈັນ ວາງຄາດໝາຍດຶງດດູນັກທ່ອງທ່ຽວທັັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 8 ແສນກວ່າຄົນໃນໂອກາດປີທ່ອງທ່ຽວລາວ 2024, ພາຍຫຼັງທີ່ປີ 2023 ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ 6 ແສນກວ່າຄົນ.

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ, ແຂວງວຽງຈັນ ປະກາດຮັບຮອງຈຸດສຸມພັດທະນາຜາສັງ ເມືອງເຟືອງ ເປັັນຕົວ ເມືອງນ້ອຍໃນຊົນນະບົດ ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເມືອງວັງວຽງ ກຽມຈັດທັງໝົດ 8 ກິດຈະກໍາໃນໂອກາດປີທ່ອງທ່ຽວລາວ 2024, ໃນນີ້ກິດຈະກໍາໃຫຍ່ ແມ່ນການຈັດເທສະການໝາກກ້ຽງຫວານເມືອງວັງວຽງ ໂດຍຈະຈັດຂຶ້ນພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງວຽງຈັນ ໃນວັນທີ 14 ກຸມພາ 2024 ນີ້. ສ່ວນກິດຈະກໍາອື່ນໆ ລວມມີ: ງານບຸນກິດຈຽງຂອງເຜົ່າມົ້ງ ແລະ ບຸນໃໝ່ເຜົ່າກຶມມຸ, ການປະກວດນາງສັັງຂານໃນໂອກາດບຸນປີໃໝ່ລາວ ແລະອື່ນໆ ໂດຍຈະຈັດຂຶ້ນໃຫ້ຄຶກຄື້ນ ແລະ ມ່ວນຊື່ນກວ່າທຸກປີຜ່ານມາ. ສ່ວນຄາດຫວັງໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຂອງເມືອງວັງວຽງ ໃນປີ 2024 ນີ້ ແມ່ນ 8 ແສນກວ່າຄົນ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເນື່ອງຈາກໃນໄລຍະຫລັງມານີ້ ເກີດກໍລະນີບໍ່ຄາດຝັນເຮັດໃຫ້ນັກທ່ອງທ່ຽວໄດ້ຮັບບາດເຈັບ ແລະ ເສຍຊີວິດຈໍານວນໜ້ອຍໜຶ່ງ. ດັ່ງນັ້ນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວດີຂຶ້ນກວ່າເກົ່າ, ອົງການປົກຄອງເມືອງໄດ້ມອບຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງຈັດປະຊຸມ ແລະ ວາງແຜນຮ່ວມກັນ, ລວມເຖີງປຸກລະດົມຫົວໜ່ວຍທຸລະກິດທ່ອງທ່ຽວເອົາໃຈໃສ່ວຽກງານນີ້ໃຫ້ຫລາຍຂຶ້ນກວ່າເກົ່າ.

ທັ້ງນີ້, ເນື່ອງຈາກໃນໄລຍະຜ່ານມາ ຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນເມືອງວັງວຽງຈໍານວນໜຶ່ງມີຄວາມສ່ຽງ ຍ້ອນລະບຽບຄຸ້ມຄອງບໍ່ຮັດກຸ້ມຢ່າງເຂັ້ມງວດແທ້ ໂດຍສະເພາະການທ່ອງທ່ຽວທາງອາກາດ ເຊັ່ນ: ພາລາມໍເຕີ່, ເຄື່ອງບິນເບົາ, ລວມເຖີງລົດປັກກີ່ ແລະ ລົດໃຫ້ເຊົ່າຕ່າງໆ ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດບາງຄົນຂັບຂີ່ບໍ່ທັນເກັ່ງ ຫລື ບໍ່ເຄີຍຊົມໃຊ້ໃນປະເທດຂອງຕົນມາກ່ອນ, ແຕ່ເມື່ອມາເຫັນແລ້ວຢາກລອງເພື່ອຄວາມມ່ວນຊື່ນຈຶ່ງເຮັດໃຫ້ເກີດອຸບັດຕິເຫດຂຶ້ນ.
ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງຈະວາງລະບຽບເພີ່ມຕື່ມແກ່ຜູ້ປະກອບການທ່ອງທ່ຽວເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ລວມເຖີງໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ເຂົ້າຫາປະກັນໄພເພື່ອຄໍ້າປະກັນໃນເວລາເກີດອຸບັດຕິເຫດຂອງນັກທ່ອງທ່ຽວ ຫຼື ເກີດມາແລ້ວມີຄວາມພ້ອມໃນການແກ້ໄຂຢ່າງທັນການ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...