Homeຂ່າວຕ່າງປະເທດລູກເຂີຍໂຫດ! ຂໍເມຍເພີ່ມ ຖືກປະຕິເສດຈົກປືນຍິງບາດເຈັບໝົດຄອບຄົວ

ລູກເຂີຍໂຫດ! ຂໍເມຍເພີ່ມ ຖືກປະຕິເສດຈົກປືນຍິງບາດເຈັບໝົດຄອບຄົວ

Published on

ຕາມການລາຍງານສຳນັກຂ່າວໄທ ລາຍງານໃນວັນທີ 10 ມັງກອນ 2024 ນີ້ວ່າເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດວ່າມີການຜິດຖຽງກັນ ແລະ ທຳຮ້າຍຮ່າງກາຍ ທີ່ບ້ານປ່າໂນ ເມືອງນາເຊືອກ ແຂວງມະຫາສາລະຄາມ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດສອບຈຸດເກີດເຫດພົບວ່າ: ມີຜູ້ບາດເຈັບທັງໝົດ 5 ຄົນ ກ່ອນຈະນຳຕົວສົ່ງໂຮງໝໍ.

ຈາກການສອບຖາມ ທ້າວ ປີຊາ ອາຍຸ 61 ປີຜູ້ເປັນພໍ່ຂອງຜູ້ກໍ່ເຫດກ່າວວ່າ: ລູກຊາຍຂອງຕົນຄື ທ້າວ ປີຍະໜັດ ອາຍຸ 37 ປີ ເປັນລູກເຂີຍບ້ານຫຼັງເກີດເຫດ ເຊິ່ງລູກຕົນກັບລູກໃພ້ມີເລື່ອງຜິດຖຽງກັນມາໄລຍະໜຶ່ງແລ້ວ ເຊິ່ງທັງ 2 ມີລູກນຳກັນ 3 ຄົນ ແລະ ທີ່ຜ່ານມາເຄີຍຈະຍ່າຫ້າງກັນ ແຕ່ຝ່າຍຊາຍລືມເຄື່ອງໄວ້ບ້ານ ແລະ ອີກຄັ້ງເປັນຝ່າຍຍິງທີ່ລືມເຄື່ອງຄືກັນເລີຍຍັງບໍ່ໄດ້ຍ່າຫ້າງກັນ.

ຕາມການລາຍງານລະບຸວ່າ: ກ່ອນເກີດເຫດຜູ້ເປັນລູກເຂີຍມີອາການເມົາ ແລະ ຢາກໄປນອນບ້ານເມຍ ແຕ່ເມຍບໍ່ໃຫ້ນອນນຳຈຶ່ງເປັນເຫດຜິດຖຽງກັນ, ອີກສາເຫດມາຈາກການຊູ້ສາວ ເພາະຝັ່ງຜູ້ຊາຍບໍ່ຍອມຍ່າ ຢາກຈະເອົາທັງ 2 ຄົນ ສ່ວນຄົນໃໝ່ຢູ່ໝູ່ບ້ານຂ້າງມີລູກ 3 ຄົນ ສ່ວນເມຍຄົນປະຈຸບັນກໍມີລູກ 3 ຄົນ.

ເຈົ້າໜ້າທີ່ໄດ້ສອບສວນເບື້ອງຕົ້ນ ທ້າວ ປະສິດ ເຊິ່ງເປັນພໍ່ເຖົ້າໄດ້ລະບຸວ່າ: ຜູ້ເປັນລູກເຂີຍໄດ້ມາໂອ້ລົມກັນທີ່ບ້ານກ່ຽວກັບການຍ່າຫ້າງກັນ ເນື່ອງຈາກມີບັນຫາກັນພາຍໃນຄອບຄົວ ແຕ່ເກີດບໍເຂົ້າໃຈກັນ ລູກເຂີຍຈຶ່ງໄດ້ໃຊ້ອາວຸດປືນອັດລົມດັດແປງທີ່ສາມາດຍິງກະສຸນໄດ້ 10 ນັດ ເຊິ່ງຍິງຜູ້ເປັນປ້າກ່ອນ ຈາກນັ້ນກໍຍິງແມ່ເຖົ້າ ກ່ອນທີ່ຈະເຂົ້າໄປຍິງ ເມຍຕົນເອງ ແລະ ພໍ່ເຖົ້າ ສ່ວນຜູ້ກໍ່ເຫດຖືກພໍ່ເຖົ້າໃຊ້ມີດຟັນເຂົ້າບໍລິເວນຫົວ.

ທາງດ້ານເຈົ້າໜ້າທີ່ສາມາດນຳສົ່ງຄົນເຈັຍທັງ 5 ຄົນໄປໂຮງໝໍ ເຊິ່ງຕອນນີ້ຕ້ອງໄດ້ຖ້າອາການທັງໝົດດີຂຶ້ນກ່ອນຈຶ່ງຈະໄດ້ທຳການສືບສວນ-ສອບສວນເພີ່ເຕີມ ຈຶ່ງຈະສາມາດດຳເນີນຄະດີຕໍ່ຜູ້ກໍ່ເຫດໄດ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...