Homeຂ່າວຕ່າງປະເທດເກົາຫຼີໃຕ້ກຽມໃຊ້ກົດໝາຍ ຫ້າມຂາຍ-ບໍລິໂພກ ຊີ້ນໝາ

ເກົາຫຼີໃຕ້ກຽມໃຊ້ກົດໝາຍ ຫ້າມຂາຍ-ບໍລິໂພກ ຊີ້ນໝາ

Published on

ສະພາເກົາຫຼີໃຕ້ຜ່ານຮ່າງກົດໝາຍ ຫ້າມຂາຍ ແລະ ບໍລິໂພກຊີ້ນໝາ.

ເມື່ອວັນທີ 9 ມັງກອນທີ່ຜ່ານມາ, ອີງຕາມ ສຳນັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ລັດຖະສະພາເກົາຫຼີໃຕ້ຜ່ານຮ່າງກົດໝາຍຫ້າມ ຄ້າຂາຍ ແລະ ບໍລິໂພກຊີ້ນໝາ, ເຊິ່ງກົດໝາຍນີ້ຈະຖືກນຳໃຊ້ຢ່າງເປັນທາງການໃນປີ 2027 ເປັນຕົ້ນໄປ, ສ່ວນສາເຫດທີ່ລັດຖະສະພາ ເກົາຫຼີໃຕ້ຈະເລີ່ມບັງຄັບໃຊ້ກົດໝາຍດັ່ງກ່າວໃນອີກ 3 ປີ ຂ້າງໜ້ານັ້ນ ເນື່ອງຈາກວ່າ ເປັນການໃຫ້ເວລາແກ່ ຜູ້ເພາະພັນລ້ຽງໝາເພື່ອ ຈຳໜ່າຍ, ເຈົ້າຂອງຮ້ານອາຫານທີ່ຂາຍເມນູທີ່ນຳໃຊ້ຊີ້ນໝາເປັນວັດຖຸດິບ ໄດ້ມີເວລາໃນການຫາອາຊີບໃໝ່ເພື່ອເຮັດແທນອາຊີບເດີມ.

 

ຮ່າງກົດໝາຍດັ່ງກ່າວໄດ້ລະບຸໄວ້ວ່າ: ຫ້າມເພາະພັນ, ຫ້າມຂ້າ, ຫ້າມແຈກຈ່າຍ ແລະ ຫ້າມຄ້າຂາຍຊີ້ນໝາ, ຫາກຜູ້ໃດທີ່ຝ່າຝືນກົດ ໝາຍຈະມີໂທດເຖິງຂັ້ນຈຳຄຸກ, ເຊິ່ງກົດໝາຍສະບັບນີ້ໄດ້ວາງໂທດໃຫ້ຜູ້ທີ່ກະທຳການຂ້າໝາເພື່ອນຳຊີ້ນມາຂາຍ ຈະຖືກລົງໂທດຈຳຄຸກ ເປັນເວລາ 3 ປີ, ສຳລັບຄົນທີ່ລ້ຽງໝາ ເພື່ອເອົາໄວ້ກິນ ແລະ ຄົນຈໍາໜ່າຍຊີ້ນໝາຈະຖືກລົງໂທດຈຳຄຸກສູງສຸດເຖິງ 2 ປີ.

ສະຖິຕິຈາກລັດຖະບານເກົາຫຼີໃຕ້ ໃນປີ 2023 ກ່ຽວກັບຈຳນວນຮ້ານອາຫານທີ່ນຳຊີ້ນໝາມາປຸງແຕ່ງເປັນເມນູອາຫານແມ່ນມີປະມານ 1,600 ຮ້ານ ແລະ ຟາມທີ່ລ້ຽງໝາເພື່ອຈຳໜ່າຍມີຈຳນວນ 1,150 ແຫ່ງ.

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...