spot_img
Homeຂ່າວຕ່າງປະເທດສຸດໂຊກດິ! ຊາຍຍີ່ປຸ່ນມີເມຍ 4 ລູກ 3 ແຖມເມຍຫາເງິນລ້ຽງ

ສຸດໂຊກດິ! ຊາຍຍີ່ປຸ່ນມີເມຍ 4 ລູກ 3 ແຖມເມຍຫາເງິນລ້ຽງ

Published on

ຕາມການລາຍງານຈາກເວັບໄຊ້ hk01 ໃນວັນທີ 28 ທັນວາ 2023 ໄດ້ໂພສເຖິງເລື່ອງລາວຂອງຊາຍຍີ່ປຸ່ນຄົນໜຶ່ງຊື່ວ່າ ຣິວຕະ ວາຕານາເບະ ອາຍຸ 35 ປີ ຈາກຊັບໂປໂຮ ຮອກໄກໂດຂອງຍີ່ປຸ່ນ ໄດ້ເປີດເຜີຍການໃຊ້ຊີວິດທີ່ແຕກຕ່າງຈາກຄົນອື່ນ ໂດຍການມີເມຍ 4 ຄົນ ແລະ ລູກອີກ 3 ຄົນ.

ຣິວຕະ ໄດ້ເປີດເຜີຍວ່າ: ເຂົາຮັັກເມຍທຸກຄົນເທົ່າກັນ ແລະ ຈັດສັນເວລາຮ່ວມກັນຢ່າງເທົ່າທຽມ ໂດຍການສະລັບມື້ນອນກັບເມຍແຕ່ລະຄົນ, ແຖມເຂົາຍັງເປັນຄົນວ່າງວຽກ ແລະ ໄດ້ອາໃສຢູ່ກັບເມຍທັງສາມ ເຊິ່ງມີອາຍຸ 27 ປີ, 24 ປີ, 22 ປີ (ສ່ວນເມຍຄົນທີ່ 4 ແຍກກັນຢູ່ ແລະ ບໍ່ໄດ້ເປີດເຜີຍຂໍ້ມູນ)

ສ່ວນເມຍທັງ 3 ເປີດເຜີຍວ່າ: ຮູ້ຕັ້ງແຕ່ທຳອິດແລ້ວວ່າຣິວຕະບໍ່ແມ່ນຜູ້ຊາຍປະເພດທີ່ຈະມີຄົນຮັກດຽວ ແລະ ຮູ້ດີວ່າເຂົາກຳລັງວ່າງວຽກ ແຕ່ບັນດາເມຍກໍບໍ່ໄດ້ມີປັນຫາກັບ 2 ຢ່າງນີ້ເຊິ່ງຄ່າຄອງຊີບຂອງຄອບຄົວຢູ່ປະມານ 850.000 ເຍນ ປະມານ 120 ລ້ານກີຍຕໍ່ເດືອນ ທາງດ້ານເມຍເປັນຄົນຮັບຜິດຊອບຫາເງິນລ້ຽງຄອບຄົວສ່ວນຜູ້ເປັນຜົວຈະຮັບຜິດຊອບເລື່ອງວຽກເຮືອນ ໂດຍມີເມຍຄົນທຳອິດຊ່ວຍແຕ່ງກິນ, ຜູ້ທີ່ສອງຊັກເຄື່ອງ, ຜູ້ທີ 3 ເບິ່ງລູກ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...