Homeຂ່າວພາຍ​ໃນອອກມາຊີແຈງແລ້ວ! ກໍລະນີແມ່ເກີດລູກຢູ່ໂຮງໝໍແຂວງໄຊຍະບູລີແລ້ວເສຍຊີວິດ

ອອກມາຊີແຈງແລ້ວ! ກໍລະນີແມ່ເກີດລູກຢູ່ໂຮງໝໍແຂວງໄຊຍະບູລີແລ້ວເສຍຊີວິດ

Published on

ຈາກກໍລະນີທີ່ເຟສບຸກຊື່ວ່າ: Faiynoy Kts  ໄດ້ອອກມາໂພສໃນວັນທີ 31 ທັນວາ 2023 ໂດຍມີເນື້ອໃນວ່າ: ໂຮງຫມໍ້ແຂວງໄຊຍະບູລີ ຝາກເປັນຂະຕິເຕືອນໃຈເຖິງແພດຫມໍ້ທຸກຄົນທີ່ປະຕິບັດຫນ້າທີ່ຂອງຕົວເອງຢູ່ໂຮງໝໍ ທີ່ລະເລີຍຫນ້າທີ່ຕໍ່ປະຊາຊົນ ບໍ່ສົນໃຈຕໍ່ຄໍາຮ້ອງຂໍຂອງປະຊາຊົນ ຄົນເຈັບໄດ້ໄປເຖິງໂຮງຫມໍແຕ່ 9:45 ໂມງ ຄົນເຈັບທ້ອງເກີດລູກ ເພິ່ນຂໍຮ້ອງໃຫ້ທ່ານຫມໍຜ່າຕັດໃຫ້ ແຕ່ໝໍບໍ່ຍອມຜ່າຕັດ ເວົ້າແຕ່ວ່າບໍ່ເປັນຫຍັງ ເຖິງມີແພດໝໍແລ້ວເຈົ້າບໍ່ຕ້ອງຢ້ານ ມີແຕ່ຄໍາເວົ້າ ລະບໍ່ເຮັດຫຍັງ ຈົນຮອດ 5:00 ໂມງຈົນເຮັດໃຫ້ຄົນເຈັບ ທົນນອາການເຈັບບໍ່ໄຫວ ຈົນເກີດການຊັອກຫມົດສະຕິ ແລ້ວທ່ານໝໍຍັງມາຫາ ວ່າ ຄົນເຈັບເປັນບ້າໝູ ທັງໆທີ່ຄົນເຈັບຕັ້ງແຕ່ນ້ອຍຈົນໃຫຍ່ບໍ່ເຄີຍມີການບ້າໝູແມ້ແຕ່ເທື່ອດຽວ ຈົນເຮັດໃຫ້ປະຊາຊົນຄົນຕາດໍາໆ ໄດ້ເສຍຊີວິດລົງ ແລະ ຍັງຖິ້ມໂທດໃສ່ຄົນເຈັບວ່າເປັນພະຍາດຕ່າໆໆນາໆ ໂດຍບໍ່ຮັບຜິດຊອບຫຍັງເລີຍ ແຖມຍັງເວົ້າຈາບໍ່ສຸພາບຕໍ່ຍາດຕິພີ່ນ້ອງຄົນເຈັບເຫດການນີ້ເຮັດໃຫ້ເດັກນ້ອຍຕາລ່າໆສອງຄົນຕ້ອງເປັນກໍາພ້າແມ່ໄປຕະຫຼອດການ ຝາກເຖິງແພດໝໍຢູ່ໂຮງຫມໍແຂວງໄຊຍະບູລີເອົາໃຈໃສ່ຕໍ່ຫນ້າທີ່ວຽກງານຂອງຕົວເອງໃຫ້ເຂັ້ມງວດຫຼາຍກວ່ານີ້ເພື່ອບໍ່ໃຫ້ເກີດເຫດການແບບນີ້ເກີດຂື້ນອີກກັບກໍລະນີອື່ນ.

ຕໍ່ກັບເຫດການດັ່ງກ່າວ: ທາງໂຮງໝໍແຂວງໄຊຍະບູລີໄດ້ອອກມາຊີ້ແຈງໃນວັນທີ 5 ມັງກອນ 2024 ນີ້ວ່າ: ກໍລະນີທີ່ເກີດຂຶ້ນຢູ່ໃນໂຮງໝໍແຂວງໄຊຍະບູລີນີ້ ແມ່ນເພດຍິງອາຍຸ 33 ປີ ໄດ້ເຂົ້າມາຈະເກີດລູກຜູ້ທີ 3 ເຊິ່ງທາງໂຮງໝໍກໍໄດ້ມີຂະບວນການໃນການຕິດຕາມການເກີດລູກແມ່ນເຮັດຖືກຕ້ອງຕາມຂັ້ນຕອນ ເຊິ່ງໃນເວລາທີ ເຂົ້າມາເກີດລູກນັ້ນ 10:00 ໂມງ ແລະໄດ້ຕິດຕາມມາຮອດເວລາ 16:00 ໂມງ ທາງຜູ້ກ່ຽວມີອາການນ້ຳຄາວປາແຕກ ຫຼັງຈາກທີ່ນ້ຳຄາວປາແຕກ ໜຶ່ງຊົ່ວໂມງ ຄົນເຈັບຫາຍໃຈຝຶດ ຄວາມດັນຕົກ ໜ້າກໍ່າແຫຼ້ ແລະ ສຸດທ້າຍກໍ່ຢຸດຫາຍໃຈ, ຕໍ່ກັບພະຍາດດັ່ງກ່າວຜູ້ກ່ຽວຍັງມີພະຍາດເສັ້ນເລືອດອຸດຕັນລອດປອດ ເຊິ່ງທາງທີມງານແພດກໍພາກັນຊ່ວຍສຸດຄວາມສາມາດແລ້ວ ແຕ່ກໍບໍ່ສາມາດຊ່ວຍຊີວິດຂອງຜູ້ກ່ຽວໄວ້ໄດ້.

ສຸດທ້າຍນີ້ທາງເຈົ້າໜ້າທີ່ ແລະ ທາງໂຮງໝໍແຂວງໄຊຍະູລີ ກໍຂໍສະແດງຄວາມເສຍໃຈທີ່ບໍ່ສາມາດຊ່ວຍເຫຼືອຊີວິດຜູ້ເຈັບໄວ້ໄດ້ ແລະ ຂໍໃຫ້ທຸກຄົນທຳຄວາມເຂົ້າໃຈທາງດ້ານວິຊາການ ບໍ່ຢາກໃຫ້ສະແດງຄວາມຄິດເຫັນທີ່ມີລັກສະນະບໍ່ຖືກຕ້ອງ ແລະ ຢາກໃຫ້ມີການຜິດຈາລະນາວິນິໃສໃນການສະແດງຄວາມຄິດເຫັນຢູ່ໃນເຟສບຸກດ້ວຍ ຕໍກັບເຫດການດັ່ງກ່າວນີ້ ພວກເຮົາຊິມີການທົບທວນຄືອີກ ທາງສູນກາງ ທາງແຂວງ ຍັງຊິໄດ້ທົບທວນຄືນໃໝ່ອີກກ່ຍວກັບກໍລະນີດັ່ງກ່າວເຊິ່ງເປັນກໍລະນີທີ່ບໍ່ເຄີຍເກີດຂຶ້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...