spot_img
Homeຂ່າວຕ່າງປະເທດຂໍສະແດງຄວາມຍິນດີ! ພິທີສົມຣົດເຈົ້າຊາຍບຣູໄນ

ຂໍສະແດງຄວາມຍິນດີ! ພິທີສົມຣົດເຈົ້າຊາຍບຣູໄນ

Published on

ດັ່ງທີ່ຮູ້ກ່ອນໜ້ານີ້, ເຈົ້າຊາຍ ອັບດູນ ມາທີນ ແຫ່ງບຣູໄນ ເປັນທີ່ໝາຍປອງຂອງສາວໆຫຼາຍຄົນ ເນື່ອງຈາກເປັນຄົນທີ່ເກັ່ງມີຄວາມສາມາດຫຼາຍໆດ້ານ ຈົນເຮັດໃຫ້ຫຼາຍຄົນຕ່າງກໍພາກັນລຸ້ນວ່າ ໃຜຈະເປັນຜູ້ໂຊກດີໄດ້ຄອບຄອງຫົວໃຈຂອງເຈົ້າຊາຍ. ເຊິ່ງບໍ່ດົນມານີ້ ກໍມີຂ່າວອອກມາວ່າ ເຈົ້າຊາຍຈະໄດ້ຮ່ວມພິທີສົມຣົດຂຶ້ນໃນເດືອນມັງກອນ 2024.

ຫຼ້າສຸດ, ພິທີອະພິເສກສົມຣົດແມ່ນໄດ້ເລີ່ມຈັດຂຶ້ນແລ້ວ, ໂດຍການເປັນສັກຂີພະຍານຂອງສົມເດັດພະລາຊາທິບໍດີ ສຸລະຕານ ຮັດຍີ ຮັດຊານັລໂບເກຍ ມູອິຊຊັດດິນວັດເດົາລະ ແຫ່ງບຣູໄນ, ເຊິ່ງຈັດຂຶ້ນທີ່ ພະລາດຊະວັງ ອິສຕານາ ນຸຣຸລ ອິມານ, ນະຄອນເສຣີເບກາວັນ ເນກາຣາບຣູໄນດາຣຸສສະລາມ ຢ່າງສົມກຽດ.

ອີງຕາມສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອວັນທີ 7 ມັງກອນທີ່ຜ່ານມາ ພິທີອະພິເສກສົມຣົດຂອງເຈົ້າຊາຍບຣູໄນໄດ້ເລີ່ມຕົ້ນຂຶ້ນ ແລ້ວ ໂດຍໄດ້ມີການຈັດງານພິທີສູ່ຂໍເປັນທີ່ຮຽບຮ້ອຍ, ໃນວັນທີ 11 ມັງກອນຈະເປັນພິທີອະພິເສກສົມຣົດແບບອິດສະລາມ, ຈາກນັ້ນ ໃນວັນທີ 14 ມັງກອນຈະມີງານລ້ຽງສະຫຼອງພະຣາຊຊະພິທີເສກສົມຣົດ ແລະ ແຫ່ຂະບວນອ້ອມຮອບນະຄອນເສຣີເບກາວັນ, ຕໍ່ມາໃນ ຕອນແລງຂອງວັນທີ 15 ມັງກອນຈະມີພິທີການສະເຫຼີມສະຫຼອງງານອະພິເສກສົມຣົດ ແລະ ຂັ້ນຕອນການອະພິເສກສົມຣົ້ດທຸກຢ່າງ ຈະເສັດສິ້ນສົມບູນໃນວັນທີ 16 ມັງກອນ.

ສຳລັບພິທີອະພິເສກສົມຣົດໃນຄັ້ງນີ້ຖືວ່າເປັນຂ່າວທີ່ຫຼາຍຄົນໃຫ້ຄວາມສົນໃຈເພາະເປັນການຈັດງານທີ່ໃຊ້ເວລາເຖິງ 10 ມື້ ແລະ ກໍເປັນຂ່າວປະຊາຊົນຊາວບຣູໄນມີຄວາມປິຕິຍິນດີເປັນຢ່າງຍິ່ງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...