Homeຂ່າວຕ່າງປະເທດລົດໄຟດ່ວນ 2 ຂະບວນຕຳກັນຮຸນແຮງ ທີ່ອິນໂດເນເຊຍ

ລົດໄຟດ່ວນ 2 ຂະບວນຕຳກັນຮຸນແຮງ ທີ່ອິນໂດເນເຊຍ

Published on

ສຳນັກຂ່າວ AP ລາຍງານໃນວັນທີ 5 ມັງກອນ 2024 ເວລາປະມານ 6:30 ໂມງເຊົ້າ, ເກີດເຫດລົດໄຟ 2 ຂະບວນຕຳກັນ ປະມານ 500 ແມັດ ຫ່າງຈາກສະຖານີລົດໄຟໃນເມືອງ ຊິຄາເລງກາ ແຂວງຊວາ ປະເທດອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 3 ຄົນ ແລະ ໄດ້ຮັບບາດເຈັບ 28 ຄົນ.

ທາງດ້ານເຈົ້າໜ້າທີ່ໂຄສົກ ບໍລິສັດລົດໄຟແຫ່ງຊາດ ອິນໂດເນເຊຍ ລາຍງານວ່າ: ຂະບວນໜຶ່ງເປັນລົດໄຟດ່ວນເດີນທາງມາຈາກເມືອງ ຊູຣາບາຍາ ມາຫາເມືອງ ບັນດຸງ ກ່ອນຈະເຂົ້າຕຳກັບລົດໄຟໂດຍສານອີກຂະບວນທີ່ກຳລັງເດີນທາງມາຈາກສະຖານີ ຊິຄາເລງກາ ໄປເມືອງ ປາດາຣາລັງ ເຊິ່ງແຮງຈາກການຕຳກັນຂອງລົດໄຟທັງ 2 ຂະບວນ ເຮັດໃຫ້ຕູ້ລົດໄຟຫຼາຍຕູ້ຕົກລາງ

ເບື້ອງຕົ້ນເຈົ້າໜ້າທີ່ໄດ້ຊ່ວຍເຫຼືອຜູ້ໂດຍສານທັງ 2 ຂະບວນຈຳນວນ 160 ຄົນໄດ້ຢ່າງປອດໄພແລ້ວ ແລະ ເຈົ້າໜ້າທີ່ຍັງເລັ່ງສືບສວນຫາສາເຫດຂອງການຕຳກັນຂອງ 2 ຂະບວນລົດໄຟອີກດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...