spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດ 2 ຄັ້ງໃນອີຣ່ານ ອິດສະລະແອນປະຕິເສດການກ່າວຫາວ່າຢູ່ເບື້ອງຫຼັງ

ເກີດເຫດລະເບີດ 2 ຄັ້ງໃນອີຣ່ານ ອິດສະລະແອນປະຕິເສດການກ່າວຫາວ່າຢູ່ເບື້ອງຫຼັງ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມັງກອນ 2023 ເກີດເຫດລະເບີດໃນເມືອງເຄີມານ ທາງຕອນໃຕ້ຂອງອີຣ່ານ ຂະນະທີ່ປະຊາຊົນລວມຕົວກັນໄວ້ອາໄລໃຫ້ກັບ ນາຍພົນ ຄາເຊມ ໂຊເລມະນີ ທີ່ເສຍຊີວິດຈາກການລອບສັງຫານໃນກຸງແບກແດດ ປະເທດອີຣັກ ເມື່ອວັນທີ 3 ມັງກອນ 2020 ຜ່ານມາ, ເຊິ່ງເປັນບ້ານເກີດຂອງ ນາຍພົນ ຄາເຊມ ໂຊເລມະນີ.

ຕາມການລາຍງານລະບຸວ່າ: ເຫດລະເບີດເກີດຂຶ້ນ 2 ຄັ້ງຊ້ອນ ຫ່າງກັນ 15 ນາທີ ໂດຍຈຸດເກີດເຫດຢູ່ຫ່າງຈາກສຸສານທີ່ຝັ່ງຮ່າງຂອງ ນາຍພົນ ໂຊເລມະນີ ປະມານໜຶ່ງກິໂລແມັດ ແຕ່ຍັງບໍ່ມີກຸ່ມໃດອ້າງວ່າຢູ່ເບື້ອງຫຼັງການກໍ່ເຫດໃນຄັ້ງນີ້.

ທາງດ້ານ ທ່ານ ອິບບຣາຮີມ ຣາອີຊີ ປະທານາທິບໍດີຂອງອີຣ່ານ ເຊື່ອວ່າ ອິດສະລະແອນຢູ່ເບື້ອງຫຼັງເຫດການໃນຄັ້ງນີ້ ໂດຍປະກາດວ່າ: ອິດສະລະແອນຈະຕ້ອງຊົດໃຊ້ຕໍ່ເຫດການທີ່ເກີດຂຶ້ນ ເຊິ່ງເຫດການໃນຄັ້ງນີ້ມີຜູ້ເສຍຊີວິດທັງໝົດ 103 ຄົນ.

ທີ່ມາ: ໄທພີບີເອັສ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...