Homeຂ່າວຕ່າງປະເທດສຸດເສົ້າ! ໄຟໄໝ້ເຂດສູນລວມຮ້ານຂາຍເຄື່ອງດັງ ແລະ ເກົ່າແກ່ໃນຍີ່ປຸ່ນ

ສຸດເສົ້າ! ໄຟໄໝ້ເຂດສູນລວມຮ້ານຂາຍເຄື່ອງດັງ ແລະ ເກົ່າແກ່ໃນຍີ່ປຸ່ນ

Published on

ຫຼັງຈາກເຫດເຮືອບິນຕຳກັນ ທີ່ສະໜາມບິນຮານາເດະຈົນເກີດໄຟໄໝ້ເຮືອບິນດັ່ງກ່າວ ໃນວັນທີ 2 ມັງກອນ ທີ່ຜ່ານມາ, ຍີ່ປຸ່ນກໍພົບກັບຂ່າວເສົ້າອີກຄັ້ງ ເພາະເກີດເຫດໄຟໄໝ້ ທີ່ສູນລວມຮ້ານຂາຍເຄື່ອງຍອດນິນຍົມ ຂອງຄົນຍີ່ປຸ່ນ ແລະ ນັກທ່ອງທ່ຽວ.

ອີງຕາມສຳນັກຂ່າວຕ່າງປະເທດ ໃຫ້ຮູ້ວ່າ: ເວລາປະມານ 15:10 ນາທີ (ຕາມເວລາທ້ອງຖິ່ນ) ຂອງວັນທີ 3 ມັງກອນທີ່ຜ່ານມາ, ເກີດເຫດການໄຟໄໝ້ບໍລິເວນ ອູໂອມາຈິ ກິນເທນໄກ ເປັນເຂດສູນລວມຮ້ານຂາຍເຄື່ອງ (ຊັອບປິງ) ຊື່ດັງ ແລະ ເກົ່າແກ່ທີ່ສຸດ ຂອງເມືອງຄິຕະຄິວຊູ, ແຂວງຟຸກຸໂອກະ, ປະເທດຍີ່ປຸ່ນ ເຫດການດັ່ງກ່າວໄດ້ສ້າງຄວາມແຕກຕື່ນ ແລະ ຕົກໃຈໃຫ້ແກ່ນັກທ່ອງທ່ຽວ ທີ່ກຳລັງທ່ຽວຊົມ.

ສຳນັກງານຄວບຄຸມໜ່ວຍດັບເພີງ ໃນເມືອງຄິຕະຄິວຊູລາຍງານວ່າ: ພາຍຫຼັງໄດ້ຮັບແຈ້ງກໍໄດ້ນຳລົດດັບເພີງຈຳນວນ 20 ຄັນ ລົງໄປຄວບຄຸມເພີງ, ໂດຍຕົ້ນເພິງແມ່ນເລີ່ມຈາກບໍລິເວນທີ່ຕັ້ງຮ້ານອາຫານແຫ່ງໜຶ່ງໃກ້ກັບໂທໂຣມາຈິໂຊຄຸໂດໄກ ຢູ່ຫ່າງຈາກສະຖານີລົດໄຟ ເຈອາ ປະມານ 300 ແມັດ ເປັນເຂດທີ່ເຕັມໄປດ້ວຍຮ້ານອາຫານ ແລະ ນັກທ່ອງທ່ຽວຈຳນວນຫຼາຍ, ເຊິ່ງເຈົ້າໜ້າທີ່ໄດ້ທຳການອົບພະຍົບປະຊາຊົນໃຫ້ອອກຈາກທີ່ເກີດເຫດຢ່າງໄວທີ່ສຸດ. ສຳລັບເຫດການທີ່ເກີດຂຶ້ນໃນຄັ້ງນີ້ ເຈົ້າໜ້າທີ່ຍັງບໍ່ທັນໄດ້ມີການລາຍງານຜູ້ເສຍຊີວິດ ຫຼື ຜູ້ໄດ້ຮັບບາດເຈັບແຕ່ຢ່າງໃດ.

ອູໂອມາຈິ ກິນເທນໄກ ເປັນເຂດສູນລວມຮ້ານຂາຍເຄື່ອງ (ຊັອບປິງ) ຊື່ດັງ ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນແຂວງຟຸກຸໂອກະ, ສ້າງຂຶ້ນຕັ້ງແຕ່ປີ 1951 ແລະ ເປັນບ່ອນໃນຮົ່ມແຫ່ງທຳອິດຂອງປະເທດຍີ່ປຸ່ນ, ມີຮ້ານຄ້າຈຳນວນຫຼາຍຮ້ານຕັ້ງຢູ່ສອງຟາກທາງຍາວປະມານ 400 ແມັດ.

ຂໍໃຫ້ທຸກຄົນປອດໄພຈາກເຫດການໃນຄັ້ງນີ້ ແລະ ມີສະຕິລະມັດລະວັງຕົວໃນການໄປທ່ຽວທຸກຄັ້ງ ເພາະອຸບັດຕິເຫດ ຫຼື ເຫດການທີ່ບໍ່ຄາດ ຄິດອາດເກີດຂຶ້ນໄດ້ຕະຫຼອດເວລາ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...