Homeຂ່າວຕ່າງປະເທດລາຈໍແລ້ວ! ລາຍການຕະຫຼົກດັງຂອງໄທ ຄະດີເດັດ

ລາຈໍແລ້ວ! ລາຍການຕະຫຼົກດັງຂອງໄທ ຄະດີເດັດ

Published on

ອີງຕາມສຳນັກຂ່າວສົດ ປະເທດໄທ ລາຍງານໃນວັນທີ 2 ມັງກອນ 2023 ຜ່ານມານີ້ວ່າ ລາຍການຕະລົກດັງຂອງໄທ ຄະດີເດັດ ໄດ້ປະກາດການຢຸດອອກອາກາດແລ້ວ, ເຊິ່ງລາຍການຄະດີເດັດອອກອາກາດເປັນຕອນສຸດທ້າຍໃນວັນທີ 30 ທັນວາ 2023 ທີ່ຜ່ານມານັບວ່າເປັນອີກລາຍການໜຶ່ງທີ່ໄດ້ຮັບຄວາມນິຍົມທີ່ດົນນານກວ່າ 23 ປີ ກັບອີກ 112 ມື້.

ສຳລັບລາຍການດັ່ງກ່າວອອກອາກາດຄັ້ງທຳອິດເມື່ອວັນເສົາທີ່ 9 ກັນຍາ ປີ 2000 ທາງຊ່ອງ 7 HD ຜະລິດລຍາການໂດຍ ບໍລິສັດກັນຕະນາກຸບ ຈຳກັດ (ມະຫາຊົນ) ຮ່ວມກັບບໍລິສັດ ອິເມຈິເນຊັ່ນ ຣິມ ຈຳກັດ ເຊິ່ງອອກອາກາດທຸກໆວັນເສົາ ເວລາ 13:00-14:00 ໂມງ ໂດຍພິທີກອນດຳເນີນລາຍການຄື: ທ່ານ ພິສິດ ກີລະຕິການກຸນ (ວ່ອງ) ແລະຜູ້ພາກສຽງຄື: ທ່ານ ພຶກສະພົນ ໂພພິທັກທານົນ.

ໂດຍປະໂຫຍກທີ່ເປັນເອກະລັກຂອງລາຍການທີ່ເຮັດໃຫ້ແຟນໆ ຫຼື ຜູ້ຕິດຕາມຈື່ໄດ້ດີກໍຄືຄຳວ່າ: ເລື່ອງນີ້ເປັນເລື່ອງຈິງ ບໍ່ໄດ້ຖ່າຍທຳ ຄົນທີ່ເຫັນໃນພາບກໍເປັນຄົນຈິງໆ ບໍ່ແມ່ນໂຕສະແດງ, ຢ່າງໃດກໍຕາມແຟນລາຍການກໍໄດ້ພາກັນເຂົ້າມາສະແດງຄວາມຄິດເຫັນ ບາງສ່ວນກໍຍາກໃຫ້ລາຍການກັບມາອອກອາກາດຄືເກົ່າ  ບາງສ່ວນກໍຄອມເມັ້ນຄິດຮອດຄວາມຊົງຈຳໃນຕອນຍັງນ້ອຍເຖິງຂັ້ນເຜີຍວ່າ: ໃຫຍ່ມາກັບລາຍການດັ່ງກ່າວນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...