Homeຂ່າວຕ່າງປະເທດຕຳຫຼວດຈັບກຸມຊາຍຕ້ອງສົງໃສ ກໍ່ເຫດຄາຕະກຳເມຍ ແລະ ລູກ 4 ຄົນ.

ຕຳຫຼວດຈັບກຸມຊາຍຕ້ອງສົງໃສ ກໍ່ເຫດຄາຕະກຳເມຍ ແລະ ລູກ 4 ຄົນ.

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ທັນວາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຝຣັ່ງຈັບກຸມຊາຍ ອາຍຸ 33 ປີ ຜູ້ຕ້ອງສົງໃສຄະດີຄາຕະກຳເມຍຕົນເອງພ້ອມກັບລູກອີກ 4 ຄົນ ທີ່ມີອາຍຸ 9 ເດືອນເຖິງ 10 ປີ ໂດຍສົບທັງ 5 ຖືກພົບຢູ່ທີ່ຫ້ອງເຊົ່າໃນເມືອງ ໂມ ເຊິ່ງຢູ່ໃກ້ກັບກຸງປາລີດຫ່າງກັນປະມານ 40 ກິໂລແມັດ ເຫດການດັ່ງກ່າວມີຜູ້ເສຍຊິວີດທີ່ອາຍຸນ້ອຍທີ່ສຸດພຽງ 9 ເດືອນເທົ່ານັ້ນ.

ທາງດ້ານເພື່ອນບ້ານເຊິ່ງເປັນຜູ້ພົບສົບໄດ້ເລົ່າວ່າ: ຕົນເອງໄດ້ພະຍາຍາມຕິດຕໍ່ກັບຄອບຄົວນີ້ຫຼາຍຄັ້ງແຕ່ຕິຕໍບໍ່ໄດ້, ຕົນຈຶ່ງບໄດ້ຍ່າງໄປເບິ່ງທີ່ຫ້ອງ ແລ້ວພົບວ່າມີຮອຍຍເລືອດທີ່ລູກບິດປະຕູ ແລະ ຢູ່ບໍລິເວນໜ້າປະຕູ ຕົນຈຶ່ງໄດ້ຟໂທແຈ້ງຕຳຫຼວດ.

ເຈົ້າໜ້າທີ່ຕຳຫຼວດໄດ້ລົງກວດສອບກ້ອງວົງຈອນຈຶ່ງໄດ້ຕາມຈັບກຸມຕົວຊາຍຄົນດັ່ງກ່າວໄດ້ທີ່ບ້ານຂອງພໍ່ເຂົາໃນ ເມືອງ ເຊບຮານ ທີ່ຢູ່ໃກ້ກັນ, ທັງນີ້ຕຳຫຼວດໄດ້ລະບຸວ່າ: ຜູ້ກໍ່ເຫດເປັນທີ່ຮູ້ຈັກຂອງຕຳຫຼວດຢູ່ແລ້ວ ເນື່ອງຈາກເຄີຍມີຄະດີໃຊ້ຄວາມຮຸນແຮງພາຍໃນຄອບຄົວ ເມື່ອປີ 2019 ປະມານ 1ເດືອນກ່ອນທີ່ລູກຄົນທີ່ 3 ຂອງເຂົາຈະເກີດ, ໂດຍເຂົາໃຊ້ມີດ ທຳຮ້າຍເມຍຂອງເຂົາຈົນໄດ້ຮັບບາດເຈັບ ແຕ່ຄະດີຖືກຍົກຟ້ອງເນື່ອງຜູ້ກໍ່ເຫດມີປັນຫາທາງຈິດ.

ທາງເພື່ອນບ້ານຍັງໄດ້ກ່າວຕື່ມອີກວ່າ: ທາງດ້ານເມຍເຄີຍບອກກັບຕົນວ່າ ຜົວຂອງລາວກຳລັງຜະເຊີນພາວະສຶມເສົ້າຫຼັງໄດ້ອອກຈາກວຽກ ແລະ ກຳລັງຮັບການຮັກສາ ຄະນະທີ່ການກວດຄົ້ນຫ້ອງເຊົ່າເຈົ້າໜ້າທີ່ໄດ້ພົບເອກະສານວ່າຊາຍຄົນນີ້ເຄີຍເຂົ້າຮັບການຮັກສາທີ່ໂຮງໝໍຈິດຕະເວດໃນປີ 2017 ແລະ ໄດ້ຈ່າຍຄ່າຢາລະງັບປະສາດ.

ທີ່ມາ: bbc

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...