spot_img
Homeຂ່າວຄວາມສະຫງົບຮ້ານອາຫານ-ຮ້ານບັນເທີງຈໍານວນໜຶ່ງ ຍັງບໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບຢ່າງເຂັ້ມງວດ

ຮ້ານອາຫານ-ຮ້ານບັນເທີງຈໍານວນໜຶ່ງ ຍັງບໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບຢ່າງເຂັ້ມງວດ

Published on

ໃນວັນທີ 23 ທັນວາ 2023 ຜ່ານມາ, ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ ນວ ຈຸທີ 4 ເຊິ່ງມີຂອບເຂດຮັບຜິດຊອບ 3 ເມືອງ ຄື: ສີໂຄດຕະບອງ ນາຊາຍທອງ ແລະ ສັງທອງ ນໍາໂດຍທ່ານ ພັນໂທ ອິນພອນ ບຸນພະຈັນ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມ ກວດກາສະພາບຕົວຈິງຢູ່ບັນດາຮ້ານອາຫານ ແລະ ຮ້ານບັນເທີງເມືອງສີໂຄດຕະບອງ.

ໃນນີ້ໄດ້ລົງກວດກາຮ້ານກິນ-ດື່ມກຣີນບາ ຢູ່ບ້ານສີຖານເໜືອ ມີການເປີດບໍລິການສຽງເພງກາຍເວລາທີ່ກໍານົດ ຮ້ານກິນ-ດື່ມຄອນເທີນເນີແຄມຂອງ ບ້ານສີຖານເໜືອ ເປີດບໍລິການສຽງເພງກາຍເວລາທີ່ກໍານົດ ຮ້ານອາຫານທູຊິດເຕີ້ ບ້ານສີຖານເໜືອ ເປີດບໍລິການສຽງເພງກາຍເວລາທີ່ກໍານົດ ຮ້ານອາຫານເບຍແຄັມ ບ້ານດົງນາໂຊກ ເຊິ່ງຮ້ານດັ່ງກ່າວໄດ້ເຊົ່າສະຖານທີ່ເປີດແຄັມເບຍ ມີການເປີດບໍລິການສຽງເພງກາຍເວລາທີ່ກໍານົດ ສໍາລັບຮ້ານບັນເທີງ ທີຈີ ທ່ຽນກຸ່ງ ບ້ານດົງນາໂຊກ ຮ້ານອາຫານ 4 ເອື້ອຍນ້ອງ ແລະ ຮ້ານອາຫານແຄມຂອງເຈົ້າເກົ່າ ບ້ານສີຖານເໜືອ ແມ່ນບໍ່ພົບການລະເມີດ ມີການເປີດ-ປີດຕາມເວລາທີ່ກໍານົດໄວ້.

ສໍາລັບບັນດາຮ້ານທີ່ລະເມີດ ຄະນະຮັບຜິດຊອບໄດ້ເຮັດບົດບັນທຶກປັບໄໝຕາມລະບຽບ ພ້ອມທັງໄດ້ອອກໜັງສືເຊີນໃຫ້ເຈົ້າຂອງທຸລະກິດ ໄປເສຍຄ່າປັບໄໝຢູ່ກອງບັນຊາການ ປກສ ນວ ເຊິ່ງລະບຽບທີ່ກໍານົດໄວ້ແມ່ນຮ້ານອາຫານກາງແຈ້ງໃຫ້ປິດສຽງເພງ ປິດຮັບລູກຄ້າ ເວລາ 23:00 ໂມງ ແລະ ປິດຮ້ານເວລາ 24:00 ໂມງ ສ່ວນຮ້ານບັນເທີງ ໃຫ້ປິດສຽງເພງ ປິດຮັບລູກຄ້າ ເວລາ 24:00 ໂມງ ແລະ ປິດຮ້ານເວລາ 1:00 ໂມງ ໃນນີ້ລະເມີດລະບຽບການ ຄັ້ງທີ 1 ຈະກ່າວເຕືອນ ແລະ ປັບໄໝ ຄັ້ງທີ 2 ສັ່ງໃຫ້ຢຸດກິດຈະການ 1 ເດືອນ ພ້ອມທັງຍຶດເຄື່ອງສຽງ ແລະ ຕິດປ້າຍປະກາດຮ້ານຜິດກົດໝາຍ ສ່ວນຄັ້ງທີ 3 ຈະລົບລ້າງໃບອະນຸຍາດດໍາເນີນທຸລະກິດ.

ທີ່ມາ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...