spot_img
Homeຂ່າວເຫດການຈັບຕົວໄດ້ແລ້ວກຸ່ມຄົນທີ່ພາຕົວເດັກຍິງ 4 ຄົນ

ຈັບຕົວໄດ້ແລ້ວກຸ່ມຄົນທີ່ພາຕົວເດັກຍິງ 4 ຄົນ

Published on

ໃນວັນທີ 25 ທັນວາ 2023 ເວລາປະມານ 16 ໂມງຜ່ານມາ, ໄດ້ເກີດເຫດເດັກນັກຮຽນຍິງ 4 ຄົນຫາຍໂຕ ຢູ່ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕາມການບອກເລົ່າຜູ້ເຫັນເຫດການໄດ້ບອກວ່າ: ມີລົດແທກຊີ້ ເຂົ້າມາຮັບເອົາໄປເດັກນັກຮຽນຍິງທັງ 4 ຄົນ ແລະ ພາກັນຂຽນຈົດໝາຍໄວ້ເປັນລັກສະນະດຽວກັນ ເຊິ່ງລະບຸວ່າ: ຈະອອກໄປຫາເງິນອີກ2-3ປີ ຈະກັບມາຢາມ.

ເຊິ່ງໃນວັນດຽວກັນ, ທາງຜູ້ປົກຄອງຂອງເດັກນ້ອຍ ກໍໄດ້ເຂົ້າໄປເຮັດບົດບັນທຶກແຈ້ງຄວາມນຳນາຍບ້ານຫົວຊຽງ ເມືອງໄຊທານີ ນະຄອນວຽງຈັນ ແລະ ແຈ້ງຕໍ່ເຈົ້າໜ້າທີ ປກສ ເມືອງໄຊທານີ ວ່າ: ເກີດເຫດການເດັກນ້ອຍຍິງ 4 ຄົນ ອາຍຸລະຫວ່າງ 13-14 ປີ ຢູ່ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫາຍຕົວໄປ ພາຍຫລັງເດັກນ້ອຍເລີກໂຮງຮຽນເວລາປະມານ 15:45 ນາທີ ຂອງວັນທີ ວັນທີ 25 ທັນວາ 2023 ເຊິ່ງ ເດັກນ້ອຍທັງສີ່ໄດ້ຍ່າງໄປຂຶ້ນລົດໃຫຍ່ຄັນໜຶ່ງມາຈອດລໍຖ້າຮັບໄປ. ຈາກນັ້ນ ກໍບໍ່ສາມາດຕິດຕໍ່ຫາໄດ້ເລີຍ.

ຫຼ້າສຸດໃນຕອນເຊົ້າວັນທີ 26 ທັນວາ 2023 ເຈົ້າໜ້າທີ່ ປກສ ເມືອງ ໄຊທານີ ສາມາດຈັບຕົວກຸ່ມກໍ່ເຫດພາເດັກຍິງ ທັງ 4 ຄົນໄດ້ແລ້ວ ແລະ ເດັກຍິງທັງ 4 ປອດໄພ ເຊິ່ງມອບໃຫ້ຜູ້ປົກຄອງແລ້ວ ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອນຂອງການສອບສວນ; ລາຍລະອຽດຈະລາຍງານຕາມຫຼັງ.

ທີ່ມາ:ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...