Homeຂ່າວພາຍ​ໃນຄຳມ່ວນອອກແຈ້ງການກ່ຽວກັບການຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຄສ 2023, ຕ້ອນຮັບປີໃຫມ່ ຄສ 2024, ບຸນປະເພນີປີໃຫມ່ຫວຽດນາມ 2024.

ຄຳມ່ວນອອກແຈ້ງການກ່ຽວກັບການຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຄສ 2023, ຕ້ອນຮັບປີໃຫມ່ ຄສ 2024, ບຸນປະເພນີປີໃຫມ່ຫວຽດນາມ 2024.

Published on

ຫ້ອງວ່າການແຂວງຄໍາມ່ວນອອກແຈ້ງການກ່ຽວກັບການຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຄສ 2023, ຕ້ອນຮັບປີໃຫມ່ ຄສ 2024, ບຸນ ປະເພນີປີໃຫມ່ຫວຽດນາມ 2024.
– ອີງຕາມ ດໍາລັດ ວ່າດ້ວຍວັນພັກ ສະບັບເລກທີ 386/ລບ, ລົງວັນທີ 15 ທັນວາ 2017.
– ອີງຕາມ ດໍາລັດ ວ່າດ້ວຍການ ປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022. – ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງໆຄໍາມ່ວນ ສະບັບເລກທີ 1656/ຈຂ.ຄມ, ລົງວັນທີ 05 ຕຸລາ 2022 ວ່າ ດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງວ່າການແຂວງຄໍາມ່ວນ.

– ອີງຕາມ ທິດຊີ້ນໍາຂອງກອງປະຊຸມເຈົ້າແຂວງ, ຮອງເຈົ້າແຂວງ ໃນຄັ້ງວັນທີ15 ທັນວາ 2023.
ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງ ມາຍັງບັນດາທ່ານ ເພື່ອຮັບຊາບວ່າ: ການຈັດງານສະເຫຼີມ ສະຫຼອງ ສົ່ງທ້າຍປີເກົ່າ ຄສ 2023, ຕ້ອນຮັບປີໃຫມ່ ຄສ 2024 ແລະ ງານບຸນປີໃຫມ່ຫວຽດນາມ 2024 ໃຫ້ທຸກພາກ ສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດດັ່ງນີ້:

1. ສໍາລັບປີໃຫມ່ສາກົນ ປີ 2024 ແມ່ນກົງກັບວັນຈັນ, ວັນທີ 01 ມັງກອນ 2024 ແມ່ນໄດ້ກໍານົດເປັນວັນພັກທາງລັດຖະການ.

2. ເພື່ອເປັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ຂອງພັກ-ລັດຖະບານ, ທັງເປັນການຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ຈໍາເປັນ. ສະນັ້ນ ໃນໂອກາດສົ່ງ ທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃຫມ່ ຄສ 2024 ທີ່ຈະມາເຖິງນີ້ ຫ້າມບໍ່ໃຫ້ສໍານັກງານອົງການ ລັດນໍາໃຊ້ງົບປະມານຂອງລັດເຂົ້າໃນການຈັດງານລ້ຽງ, ງານສັງສັນ, ການຈັດຊື້ກະຕ່າຂອງຂວັນ, ກະຕ່າ ດອກໄມ້ ແລະ ອື່ນໆ ເຂົ້າອວຍພອນການນໍາຂອງແຂວງ, ຂອງເມືອງ ແລະ ບັນດາພະແນກການ-ອົງການ ຂອງຕ່າງໆ ອ້ອມຂ້າງແຂວງ.

3. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສົມທົບພາກສ່ວນກ່ຽວຂ້ອງເອົາໃຈໃສ່ ໃນການຕິດຕາມ ກວດກາ ຄຸ້ມຄອງລາຄາສິນຄ້າ ອຸປະໂພກ-ບໍລິໂພກ ຕາມທ້ອງຕະຫຼາດຢ່າງເຂັ້ມງວດ.

4. ໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ປະສານສົມທົບກັບ ກອງບັນຊາການ ປກສ ແຂວງ ເອົາໃຈໃສ່ຕິດຕາມ, ກວດກາ ການນໍາເຂົ້າ, ຈໍາຫນ່າຍ, ຄອບຄອງ, ນໍາໃຊ້ ແລະ ຈຸດບັ້ງກະໂພກ, ດອກໄມ້ໄຟ, ໂຄມໄຟ ລອຍຟ້າ ເຊິ່ງຈະສົ່ງສຽງນອງນັນ ເຮັດໃຫ້ສັງຄົມແຕກຕື່ມ ແລະ ອາດຈະພາໃຫ້ເກີດອັກຄີໄພ ສ້າງຜົນເສຍຫາຍໃຫ້ ແກ່ຊີວິດ, ຊັບສິນ ຂອງລັດ ແລະ ປະຊາຊົນ. ກໍລະນີມີການລະເມີດ ໃຫ້ເຈົ້າຫນ້າທີ່ຕໍາຫຼວດ, ສະຫງົບສຸກ, ກອງ ຫຼອນ ດໍາເນີນມາດຕະການຕາມລະບຽບກົດຫມາຍຢ່າງເຂັ້ມງວດ.

5. ໃຫ້ກອງບັນຊາການ ປກສ ແຂວງ ສົມທົບ ກັບ ອົງການປົກຄອງເມືອງ, ອົງການປົກຄອງຂັ້ນບ້ານ ແລະ ພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ໃນການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ.

6. ໃຫ້ບັນດາສໍານັກງານ, ອົງການຕ່າງໆ ໃນທົ່ວແຂວງເອົາໃຈໃສ່ຊີ້ນໍາການປ້ອງກັນ, ຮັກສາຄວາມ ສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສໍານັກງານ, ອົງການຂອງຕົນ ໂດຍໃຫ້ມີການ ແຕ່ງຕັ້ງ, ແປງຄວາມຮັບຜິດຊອບ ໃຫ້ພະນັກງານຕິດຕາມ, ກວດກາ, ເວນຍາມຕະຫຼອດ 24 ຊົ່ວໂມງ ໃນໄລ ຍະພັກປີໃຫມ່ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ.
ດັ່ງນັ້ນ, ຫ້ອງວ່າການແຂວງ ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນ ການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...