Home​ຂ່າວທ່ອງທ່ຽວລັດຖະບານກຽມສະເໜີ 2 ແຫຼ່ງທ່ອງທ່ຽວ ເສົາ​ຫີນ​ຕັ້ງ, ແຂວງ​ຫົວພັນ ​ແລະ ອຸທະຍານແຫ່ງ​ຊາດ​ນາກາຍ​ນ້ຳ​ເທີນ ​ແຂວງ​ຄຳ​ມ່ວນ ​ເປັນ​ມໍລະດົກ​ໂລກ

ລັດຖະບານກຽມສະເໜີ 2 ແຫຼ່ງທ່ອງທ່ຽວ ເສົາ​ຫີນ​ຕັ້ງ, ແຂວງ​ຫົວພັນ ​ແລະ ອຸທະຍານແຫ່ງ​ຊາດ​ນາກາຍ​ນ້ຳ​ເທີນ ​ແຂວງ​ຄຳ​ມ່ວນ ​ເປັນ​ມໍລະດົກ​ໂລກ

Published on

ອີງຕາມໜັງສືພິມ VientianeTimes ລາຍງານໃຫ້ຮູ້ວ່າ: ລັດຖະບານ​ລາວ ມີ​ແຜນ​ຈະ​ສະ​ເໜີ​ ເສົາ​ຫີນ​ຕັ້ງ ຊຶ່ງ​ບາງ​ເທື່ອ​ກໍ​ເອີ້ນ​ວ່າ Stonehenge ຂອງ​ລາວ, ຢູ່​ແຂວງ​ຫົວພັນ, ​ແລະ ອຸທະຍານແຫ່ງ​ຊາດ​ນາກາຍ​ນ້ຳ​ເທີນ ​ແຂວງ​ຄຳ​ມ່ວນ ​ເປັນ​ມໍລະດົກ​ໂລກ ຊຶ່ງເປີດເຜີຍໂດຍ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ຫົວໜ້າກົມມໍລະດົກ ທ່ານ ພະຂັນໄຊ ສີຄຳໄຊ ກ່າວຕໍ່ ໜັງສືພິມ ວຽງຈັນທາມສ໌ ວ່າ ສະຖານທີ່ຕັ້ງ ເສົາຫີນບູຮານ ຢູ່ແຂວງຫົວພັນ (ແປວ່າ ເສົາຫີນຕັ້ງ ໃນພາສາລາວ) ຈະຖືກຍື່ນໃຫ້ ຈາລຶກວັດທະນະທຳຈາກອົງການ UNESCO. ພ້ອມກັນນີ້ ອຸທະຍານແຫ່ງຊາດ ນາກາຍນ້ຳເທີນ ກໍ່ຈະຖືກສະເໜີຊື່ເຂົ້າເປັນມໍລະດົກໂລກທາງທຳມະຊາດ ຂອງລາວ ເຊັ່ນດຽວກັນ.

ອຸທະຍານແຫ່ງຊາດ ນາກາຍນ້ຳເທີນ ເປັນສ່ວນໜຶ່ງຂອງຈຸດທີ່ຕັ້ງຂອງຊີວະນາໆພັນອິນໂດ-ມຽນມາ ແລະ ຂະຫຍາຍໄປສູ່ແຂວງຄໍາມ່ວນ ແລະ ບໍລິຄຳໄຊ ດ້ວຍພື້ນທີ່ທີ່ໄດ້ຮັບການຍອມຮັບວ່າ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ໃນທ້າຍຊຸມປີ 1990 ແລະຕົ້ນຊຸມປີ 2000 ເຂດພູເຂົານີ້ ແມ່ນບ່ອນທີ່ມີການຄົ້ນພົບສັດລ້ຽງລູກດ້ວຍນົມຫລ້າສຸດ ໂດຍສະເພາະແມ່ນ Saola (Pseudoryx nghetinhensis), ເປັນສັດລ້ຽງລູກດ້ວຍນົມໃຫຍ່ທີ່ຫາຍາກທີ່ສຸດໃນໂລກ, ໄດ້ຖືກຄົ້ນພົບໃນພື້ນທີ່ໃນປີ 1993, ອີງຕາມເຈົ້າຫນ້າທີ່ ອຸທະຍານແຫ່ງຊາດນາກາຍນ້ໍາເທີນ.

ຮູບພາບ: Khamthavone Sinmany, AnouphonP

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...