spot_img
Homeຂ່າວທ້ອງຖິ່ນແຂວງໄຊຍະບູລີ ຈະຈັດງານມະຫະກໍາບຸນຊ້າງຄັ້ງທີ 17

ແຂວງໄຊຍະບູລີ ຈະຈັດງານມະຫະກໍາບຸນຊ້າງຄັ້ງທີ 17

Published on

ແຂວງໄຊຍະບູລີ ຈະຈັດງານມະຫະກໍາບຸນຊ້າງຄັ້ງທີ 17 ພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຢ່າງເປັນທາງການໃນລະຫວ່າງວັນທີ 12-18 ກຸມພາ ປີ 2024, ແຕ່ປັດຈຸບັນ ຄະນະກໍາມະການຈັດງານຍັງບໍ່ທັນໄດ້ລະບຸຢ່າງຈະແຈ້ງເທື່ອວ່າຈະມີຊ້າງເຂົ້າຮ່ວມຫລາຍ ຫລື ໜ້ອຍເທົ່າໃດ.

ສຳລັບງານມະຫະກຳບຸນຊ້າງ ແມ່ນໜຶ່ງໃນ​ 12​ ກິດຈະກໍາທີ່ຕິດພັນກັບປີທ່ອງທ່ຽວລາວ​2024​ ຂອງແຂວງໄຊຍະບູລີ​ ແລະ ຖືເປັນກິດຈະກໍາລະດັບຊາດ ແລະ ກິດຈະກໍາຕົ້ນຕໍພາຍໃນງານ ມີຄື:

  • ວັນທີ 12 ກຸມພາ 2024 ເປີດງານຕະຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ຕອນຄໍ່າຂອງວັນທີ 12-13 ກຸມພາ ມີການສະແດງສິນລະປະວັນນະຄະດີ.
  • ວັນທີ 14-15 ກຸມພາ 2024 ຊ້ອມໃຫຍ່ຂະບວນແຫ່ກ້ອນສະແດງຕ່າງໆ ໃນພິທີເປີດງານ, ຕອນຄໍ່າວັນທີ 14 ກຸມພາ ມີການແຂ່ງຂັນປະກວດນັກຮ້ອງສຽງດີ ແລະ ດົນຕີພື້ນເມືອງ ແລະ ຕອນຄໍ່າຂອງວັນທີ 15 ກຸມພາ ປະກວດນາງສາວງາມທິດາບຸນຊ້າງ.
  • ວັນທີ 16 ກຸມພາ 2024 ພິທີຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຕອນຄໍ່າແຂ່ງຂັນຕີກອງຫາງ
  • ວັນທີ 17 ກຸມພາ 2024 ເປີດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນທາງການ ແລະ ຊົມການສະແດງໂດດຈ້ອງ.
  • ວັນທີ 18 ກຸມພາ 2024 ສືບຕໍ່ກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະ ແດງຂອງຊ້າງຄຳຮູ້, ການໃຫ້ອາຫານຊ້າງ, ການບໍລິການຂີ່ຊ້າງ, ການສະແດງສິລະປະວັນນະຄະດີ ແລະ ຕອນຄໍ່າຊົມການສະແດງກາຍຍະສິນຈາກກອງກາຍຍະສິນແຫ່ງຊາດ.

ສໍາລັບກິດຈະກຳປິ່ນອ້ອມ ລວມມີ: ວັນທີ 12 ກຸມພາ 2024 ມີການຍ່າງເພື່ອການກຸສົນ ຈາກເດີ່ນກິລາຮົ່ມຂອງແຂວງ ຫາ ເດີ່ນສະໜາມຫຼວງ ຫາ ສະຖານທີ່ຈັດງານຕະຫຼາດນັດ (ໃນມື້ເປີດງານຕະຫຼາດນັດ) ແລະ ວັນທີ 14 ກຸມພາ ຈະມີການແຂ່ງຂັນກິລາຟຸດຊໍ, ສ່ວນກິດຈະກໍາດ້ານການທ່ອງທ່ຽວ ມີຄື: ກາບໄຫວ້ບູຊາວັດສີບຸນເຮືອງ (ບ້ານໃຫຍ່), ຫໍຫຼັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນອະນຸລັກຊ້າງລາວ (ອ່າງນ້ຳຕຽນ), ສູນອະນຸລັກ ແລະ ຂະຫຍາຍພັນຊ້າງອາຊີ (ຢູ່ພູແຄນ) ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ (ບ້ານນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອະນຸລັກຊ້າງຢູ່ສູນອະນຸລັກຊ້າງນໍ້າຕຽນ, ນອກຈາກນີ້ຍັງມີກິດຈະກໍາແຂ່ງຂັນແຕ້ມຮູບ ແລະ ພັດກ໋ອບເພື່ອສ້າງທັກສະ ແລະ ສ້າງຈິດສໍານຶກກ່ຽວກັບຊ້າງ ໃຫ້ເຍົາວະຊົນ, ຊາວໜຸ່ມ ຢູ່ສະໜາມຊ້າງນ້ອຍກ໋ອບ. ພ້ອມກັນນີ້ ໄດ້ມີຄວາມພ້ອມບໍລິການເຕັ້ນນອນຢູ່ແຄມນໍ້າຮຸ່ງສໍາລັບນັກທ່ອງທ່ຽວ ແລະ ຂີ່ເຮືອຊົມວິວນ້ຳຂອງ (ບ້ານທ່າເດື່ອ).

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...