spot_img
Homeນານາສາລະ8 ສິ່ງທີ່ຄວນເຮັດເພື່ອຕ້ອນຮັບປີໃໝ່

8 ສິ່ງທີ່ຄວນເຮັດເພື່ອຕ້ອນຮັບປີໃໝ່

Published on

ໃກ້ຈະມາເຖິງແລ້ວສຳລັບມື້ປີໃໝ່ 2024 ທີ່ຫຼາຍຄົນຕາງລໍຖ້າ ແລະ ຫຼາຍຄົນກໍກຳລັງວາງແຜນ, ວາງເປົ້າໝາຍ ແລະ ມີຄວາມເຊື່ອການເລີ່ມຕົ້ນໃໝ່ໃນວັນປີໃໝ່ເພື່ອໃຫ້ຊີວິດດີຂຶ້ນ.

ມື້ນີ້ທີມງານລາວໂພສ ຈະມາໃຫ້ຄວາມຮູ້ 8 ສິ່ງກ່ຽວກັບການເສີມມົງຄຸນ ແລະ ຄວາມສຸກ ເພື່ອຕ້ອນຮັບປີໃໝ່ 2024 ທີ່ຈະມາເຖິງນີ້:

1 ຈັດການເກັບເຄື່ອງ ບ້ານຕ້ອງສະອາດກ່ອນວັນທີ 1 ພ້ອມຕ້ອນຮັບປີໃໝ່

ຄ້າຍຄືກັນກັບຄວາມເຊື່ອຂອງຈີນໃນວັນປີໃຫມ່ ເຊື່ອກັນວ່າ: ການຈັດເກັບເຄື່ອງໃນເຮືອນໃຫ້ສະອາດ, ປັດກວາດ ເຊັດຖູ, ເພື່ອເປັນການຕ້ອນຮັບສິ່ງດີໆໃນຊ່ວງປີໃໝ່ ນອກຈາກນີ້ຍັງເຮັດໃຫ້ບ້ານສະອາດ ແລະ ສະບາຍຕາ ພຽງເທົ່ານີ້ກໍ່ຈະເຮັດໃຫ້ເຈົ້າຮູ້ສຶກສະບາຍໃຈ, ສະອາດ ແລະ ມີຄວາມສຸກໃນມື້ທຳອິດຂອງປີ.

2 ເຄົາລົບພໍ່ແມ່ ຂໍໂຊກ ຂໍພອນ ເສີມມົງຄຸນໃນວັນປີໃໝ່

ໜຶ່ງໃນການເລີ່ມຕົ້ນດ້ວຍຄວາມຮູ້ສຶກທີ່ດີທີ່ຫາໄດ້ງ່າຍໆຈາກຄອບຄົວ ຄືການໄດ້ຮັບພອນຈາກຄົນທີ່ເຮົາຮັກ ເພື່ອສ້າງແຮງບັນດານໃຈ ແລະ ຮອຍຍິ້ມສຳລັບມື້ປີໃໝ່ ເພື່ອຈະໄດ້ມີແຮງໃນການຂັບເຄື່ອນຕໍ່ໄປໃນປີໜ້າ.

3 ເຄີຍວຽກທີ່ຄ້າງຄາ ເພື່ອຕ້ອນຮັບປີໃໝ່ຢ່າງສະບາຍ

ແນ່ນອນສໍາລັບຄົນເຮັດວຽກ ແກ້​ໄຂ​ວຽກ​ງານ​ທີ່​ຍັງ​ຄ້າງ​ຄາ​ກ່ອນ​ທ້າຍ​ປີ ເປັນສິ່ງທີ່ຄວນເຮັດຢ່າງຍິ່ງ ນອກຈາກການໄດ້ພັກວຽກຍາວໂດຍບໍ່ຕ້ອງມາຄິດເລື່ອງວຽກແລ້ວ ຍັງເປັນການເຄີຍຕົນເອງ ເພື່ອປັບປຸງຮູບແບບການເຮັດວຽກ ແລະ ຂໍ້ຜິດພາດທີ່ເກີດຂຶ້ນເມື່ອປີທີ່ແລ້ວໃຫ້ດີຂຶ້ນອີກດ້ວຍ.

4 ປີໃໝ່ຄວນເຮັດຄວາມດີ ເຮັດບຸນ ເພື່ອສ້າງຄວາມສະບາຍໃຈ

ຄວາມສະບາຍໃຈເປັນອີກສິ່ງໜຶ່ງທີ່ສ້າງຄວາມສຸກໄດ້ເປັນຢ່າງດີ ສະນັ້ນແລ້ວການເຮັດຄວາມດີສາມາດຊ່ວຍໄດ້ເຊັ່ນ: ການໄປເຮັດບຸນຢູ່ວັດ ການໄປບໍລິຈາກສິ່ງຂອງໃນມູນລະນິທິຕ່າງໆ ຫຼື ການເຮັດຄວາມດີ ເລັກໆນ້ອຍໆ ກໍໄດ້ເຊັ່ນກັນ.

5 ປ່ຽນໂສມຕົນເອງ ເຄື່ອງນຸ່ງ ເພື່ອເປັນການເລີ່ມຕົ້ນປີໃໝ່ຢ່າງສຸດເທ່

ສິ່ງຫນຶ່ງທີ່ຄວນລອງເພື່ອສ້າງແຮງບັນດານໃຈໃນການເລີ່ມຕົ້ນປີໃໝ່ເຊັ່ນ: ການຕັດຜົມໃຫມ່, ປ່ຽນຮູບຊົງໃໝ່ ຫຼື ປ່ຽນສີຜົມ ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ວ່າ:”ໃນປີໃຫມ່ພວກເຮົາຈະເປັນຄົນໃຫມ່” ຫຼືປ່ຽນຂອງເກົ່າທີ່ເຮົາເຄີຍໃຊ້ມາດົນນານແລະຊື້ສິ່ງໃຫມ່ເປັນຂອງຂວັນໃຫ້ຕົວເອງ ສິ່ງ​ເຫຼົ່າ​ນີ້​ອາດ​ເປັນ​ສິ່ງ​ນ້ອຍໆ ແຕ່​ເປັນແຮງຂັບເຄື່ອນທີ່ດີ.

6 ປີໃໝ່ແລ້ວເຄີຍບັນຫາໃນໃຈໃຫ້ໝົດສິ້ນ

ຕະຫຼອດປີທີ່ຜ່ານມາ ຖ້າພວກເຮົາສ້າງບັນຫາກັບໃຜ ຫຼືໃຜສ້າງບັນຫາໃຫ້ກັບເຮົາ, ເຮັດໃຫ້ເກີດຄວາມບໍ່ສະບາຍໃຈ, ຢາກໃຫ້ເຈົ້າລອງເປີດໃຈ ແລະ ແກ້ບັນຫາທີ່ເກີດຂື້ນດ້ວຍສະຕິ ຖ້າບັນຫາເຫຼົ່ານີ້ຖືກລຶບລ້າງ, ພຽງ​ແຕ່​ເທົ່າ​ນີ້ ສິ່ງ​ທີ່​ຖືກ​ກົດ​ດັນ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ກໍ​ຈະ​ຫາຍ​ໄປ.

7 ຕ້ອນຮັບປີໃໝ່ດ້ວຍການຢູ່ກັບຄົນທີ່ເຈົ້າຮັກເພື່ອເຕີມເຕັມຄວາມສຸກ

ວັນແຫ່ງເທດສະການສຳຄັນ ແນ່ນອນວ່າເຮົາຈະຢູ່ຄົນດຽວຄົງບໍ່ມ່ວນ ລອງຫາເວລາອອກໄປກິນເຂົ້າກັບຄອບຄົວ ປາຕີ້ກັບໝູ່ເພື່ອນ ຫຼື ໄປເດດກັບຄົນທີ່ເຮົາຮັກ ເພື່ອສ້າງຮອຍຍິ້ມ ແລະ ຄວາມສຸກທີ່ດີ.

8 ສ້າງເປົ້າໝາຍຊີວິດໃນປີໜ້າ

ບາງຄົນຍັງບໍ່ມີເປົ້າໝາຍລອງໃຫ້ຈັບບິກຂຶ້ນມາແລ້ວໝາຍໃສ່ໂນ້ດ ວ່າຢາກເຮັດຫຍັງ ເຊັ່ນ: ຢາກມີລົດໃໝ່, ຢາກມີບ້ານ, ລົດນ້ຳໜັກຮຽນຂັບລົດເປັນການສ້າງແຜນໃນປີໜ້າ ແລ້ວລອງຕັ້ງໃຈເຮັດເພື່ອຄວ້າເປົ້າໝາຍທີ່ວາງໄວ້ ເພາະສຸດທ້າຍເຈົ້າຈະພາກພູມໃຈໃນຕົວຕົນເອງ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...