Homeນານາສາລະມື້ເໝົາຍັນ ທີ 22 ທັນວາ 2023

ມື້ເໝົາຍັນ ທີ 22 ທັນວາ 2023

Published on

ອີງຕາມສະຖາບັນວິໄຈດາລາສາດແຫ່ງຊາດ ປະເທດໄທ ລາຍງານໃນວັນທີ 22 ທັນວານີ້ວ່າ: ເປັນມື້ເໝົາຍັນ ຫຼື ຕາເວັນອ້ອມຂ້າງເປັນຊ່ວງເວລາກາງຄືນທີ່ຍາວນານທີ່ສຸດໃນຮອບປີ ເຮັດໃຫ້ຊ່ວງກາງເວັນສັ້ນ ແລະ ຊ່ວງກາງຄືນຍາວນານທີ່ສຸດໃນຮອບປີ.

ເຊິ່ງດວງອາທິດຈະຂຶ້ນເວລາປະມານ 06:36 ນາທີ ແລະ ຕາເວັນຈະຕົກເວລາປະມານ 17:55 ນາທີ ລວມໄລຍະເວລາກາງເວັນພຽງແຕ່ 11:19 ຊົ່ວໂມງເທົ່ານັ້ນ ນອກຈາກນີ້ ມື້ເໝົາຍັນຍັງນັບເປັນມື້ທີ່ເຂົ້າສູ່ລະດູໜາວຂອງທາງປະເທດຊີກໂລກເໜືອ ແລະ ເປັນມື້ທີ່ກຳລັງເຂົ້າສູ່ລະດູຮ້ອນຂອງປະເທດທາງຊີກໂລກໃຕ້.

ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ມີລະດູໃນໂລກ ສັງເກດໄດ້ວ່າໃນລະດູຮ້ອນດວງອາທິດຈະຂຶ້ນໄວ ແລະ ຕົກຊ້າ ເວລາກາງເວັນຈະຍາວກວ່າກາງຄືນ ແຕກຕ່າງກັບະດູໜາວທີ່ດວງອາທິດຈະຂຶ້ນຊ້າ ແລະ ຕົກໄວ ເວລາກາງຄືນຈະຍາວນານກວ່າກາງເວັນ.

ທີ່ມາ: ໄທພີບີເອັສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...