Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ v ມີຄວາມຄືບໜ້າ 83,67%

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ v ມີຄວາມຄືບໜ້າ 83,67%

Published on

ມາຮອດປັດຈຸບັນ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທແຫ່ງທີ v (ບໍລິຄໍາໄຊ-ບຶງການ) ແຜນການລວມມີຄວາມຄືບໜ້າ 83,67% ຄາດວ່າຈະໃຫ້ສໍາເລັດໃນເດືອນສິງຫາ 2024 ແລະ ຈະໄດ້ມອບຮັບໂຄງການໃນທ້າຍປີ 2024. ພາຍຫລັງໂຄງການດັ່ງກ່າວສໍາເລັດ ຈະຮອງຮັບໃຫ້ແກ່ການຂົນສົ່ງ, ການໄປ-ມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ v ກ່າວວ່າ: ການປະຕິບັດແຜນງານຂອງໂຄງການມາຮອດທ້າຍເດືອນພະຈິກ 2023 ສໍາລັບໜ້າວຽກໃນສັນຍາທີ 1 ວຽກກໍ່ສ້າງຂົວຂ້າມນໍ້າຂອງ ມາຮອດປັດຈຸບັນສໍາເລັດ 73% ແລະ ສັນຍາທີ 2 ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າອອກ-ອອກເມືອງ ສໍາເລັດ 94%. ສ່ວນບັນດາໜ້າວຽກຕ່າງໆ ກໍມີຄວາມຄືບໜ້າຫລາຍສົມຄວນ.

ຂະນະທີ່ວຽກຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງດັ່ງກ່າວ ໃນເນື້ອທີ່ 52,4 ເຮັກຕາ ລວມມີ: ດິນສວນ, ຕົ້ນໄມ້ ມູນຄ່າທັງໝົດ 5,33 ຕຶ້ກວ່າກີບ ໄດ້ມີການຊົດເຊີຍສໍາເລັດ 100% ໂດຍນໍາໃຊ້ທຶນສົມທົບພາຍໃນຂອງລັດຖະບານລາວເຂົ້າໃນການຊໍາລະ.

ສໍາລັບແຜນວຽກການກໍ່ສ້າງໃນເດືອນທັນວາ 2023 ແມ່ນຈະສຸມໃສ່ປະຕິບັດເຮັດໃຫ້ແຜນລວມທັງ 2 ສັນຍາຄື: ສັນຍາ 1 ຊ່ວງ 2B ຈະປະຕິບັດວຽກໃຫ້ໄດ້ 2,70% ແຜນການລວມທັງໝົດ 76,97%; ສັນຍາ 2 ຊ່ວງ 3 ວາງແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 4,93% ແຜນການລວມທັງໝົດ 100%. ແຜນລວມທັງ 2 ແຜນໃນເດືອນທັນວາໃຫ້ໄດ້ 3,81% ແຜນການລວມ 88,48%.

ແຫຼ່ງຂ່າວ: ປະເທດລາວ ຮູບພາບ: ປະເທດລາວ, Buengkan day.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...