Homeຂ່າວຄາດຕະກຳຈັບໄດ້ແລ້ວມືປືນໃຈໂຫດ! ຍິງສາວເສຍຊີວິດຄາທີ່ເພາະຫຶງຫວງ

ຈັບໄດ້ແລ້ວມືປືນໃຈໂຫດ! ຍິງສາວເສຍຊີວິດຄາທີ່ເພາະຫຶງຫວງ

Published on

ຈາກເຫດການຍິງກັນເສຍຊີວິດທີ່ຮ້ານອາຫານ ເດີ່ນເທນນິດ ບ້ານທ່າເມືອງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໃນວັນທີ 9 ທັນວາ 2023 ທີ່າຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນຍ້ອນສາເຫດຫຶງຫວງກັນ.

ຕາມການລາຍງານເບື້ອງຕົ້ນຜູ້ເສຍຊີວິດຊື່ວ່າ: ນາງ ພອນທິດາ ຫຼື ອຸ້ຍ ອາຍຸ 33 ປີ ອາຊີບ ຄ້າຂາຍຢູ່ບ້ານລັດຕະນະລັງສີໃຕ້ ນອຄອນໄກສອນພົມວິຫານ ສ່ວນຜູ້ກໍ່ເຫດ ຊື່ວ່າທ້າວຮຸ່ງອາຍຸ 58 ປີ, ອາຊີບຄ້າຂາຍ ສັນຊາດຫວຽດນາມ ຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ເດີ່ນເທນນິດບ້ານ ທ່າເມືອງ ນະຄອນໄກສອນພົມວິຫານ ແລະ ມີຜູ້ຢູ່ມນເຫດການທັງໝົດ 6 ຄົນ: ທ້າວ ຊົມພູ ພົງສາ ອາຍຸ 71 ປີ, ທ້າວ ແຂກ ອາຍຸ 62 ປີ,  ທ້າວ ພູວັນ ອາຍຸ 64 ປີ, ທ້າວ ເບ ອາຍຸ 65 ປີ, ທ້າວ ວົງພະທິດ ອາຍຸ 60 ປີ, 5. ນາງ ພອນນິດາ ຫຼື ອຸ້ຍ ອາຍຸ 33 ປີ (ຜູ້ເສຍຊີວິດ) ຫຼັງຈາກນັ້ນກໍ່ພາກັນນັ່ງ ຊຸມແຊວກິນເຂົ້າ ແລະ ດື່ມເບຍຢູ່ໃນຮ້ານດັ່ງກ່າວ.

ພໍຮອດເວລາປະມານ 21 ໂມງ 00 ນາທີ, ຂອງວັນດຽວກັນ ທ້າວ ຮຸ່ງ ອາຍຸ 58 ປີ (ຜູ້ກໍ່ເຫດ) ໄດ້ຍ່າງເຂົ້າມາໃນຮ້ານແລ້ວນັ່ງຢູ່ໂຕະທາງດ້ານນອກ ຕໍ່ມານາງ ພອນນິດາ ຫຼື ອຸ້ຍ (ຜູ້ຕາຍ) ໄດ້ຍ່າງອອກໄປນັ່ງນໍາທ້າວ ຮຸ່ງ ຢູ່ໂຕະແລ້ວມີປາກສຽງກັນພ້ອມທັງເອົາປືນສັ້ນອອກມາຍິງນາງ ພອນນິດາ ຫຼື ອຸ້ຍ ຈໍານວນ 02 ນັດ ຈົນເສຍຊີວິດຄ່າທີ່ ພາຍຫຼັງຍິງແລ້ວກໍ່ຍ່າງເຂົ້າໄປຍິງທ້າວ ຊົມພູ ພົງສາ ຢູ່ ໃນຫ້ອງແອ ຈໍານວນ 02 ນັດ ຈົນໄດ້ຮັບບາດເຈັດສາຫັດ ຕໍ່ມາທ້າວ ວົງພະທິດ ທີ່ນັ່ງຊຸມແຊວນໍາກັນ ຈິ່ງໄດ້ ຍາດເອົາປືນໃນມືຂອງທ້າວ ຮຸ່ງ ໄດ້ ຈາກນັ້ນທ້າວ ຮຸ່ງ ຈິງໄດ້ເອົາຕົວຫຼົບຫນີໄປ ສ່ວນສາເຫດແຮງຈູງໃຈເກີດຂຶ້ນຍ້ອນຄວາມຫຶງຫວງ.

ຫຼ້າສຸດໃນວັນທີ 16 ທັນວາ 2023 ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມຜູ້ກໍ່ເຫດໄດ້ ຢູ່ທີ່ແຂວງອຸບົກຣາຊະທານີ ແລະ ໄດ້ຄຸມຕົວມາດ່ານກວດຄົນເຂົ້າເມືອງມຸກດາຫານ-ສະຫວັນນະເຂດ ແລະ ສົ່ງຕົວໃຫ້ເຈົ້າໜ້າທີ່ລາວດຳເນີນຄະດີຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...