spot_img
Homeຂ່າວພາຍ​ໃນບໍລິສັດ ບູຢອງລາວ ຈຳກັດ ມອບລົດເມ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ

ບໍລິສັດ ບູຢອງລາວ ຈຳກັດ ມອບລົດເມ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ

Published on

ໃນຕອນບ່າຍ ວັນທີ 13 ທັນວາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດພິທີມອບ-ຮັບລົດເມຊ່ວຍເຫຼືອລ້າ ຈາກບໍລິສັດ ບູຢອງລາວ ຈຳກັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈໍານວນ 600 ຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

[metaslider id=”150167″]

ດຣ. ລີ ຈຸງ ກຶນ, ປະທານກຸ່ມບໍລິສັດ ບູຢອງ ແມ່ນນັກລົງທຶນຈາກ ສ. ເກົາຫຼີ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ເປັນເວລາຫຼາຍປີ  ແລະ ປະກອບສ່ວນທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2006 ເປັນຕົ້ນມາ ປະມານ 30 ລ້ານກວ່າໂດລາສະຫະລັດ ເປັນຕົ້ນ: ໄດ້ຊ່ວຍສ້າງໂຮງຮຽນປະຖົມ ຈໍານວນ 300 ຫຼັງ; ຊ່ວຍເຫຼືອກະດານດຳ ໃຫ້ບັນດາໂຮງຮຽນ ຈຳນວນ 30.000 ແຜ່ນ; ຊ່ວຍເຫຼືອເຄື່ອງນຸ່ງຫົ່ມ ແລະ ເກີບ 950 ກວ່າໂຕນ; ມອບລົດເມໃຫ້ລັດຖະບານລາວ ຈໍານວນ 600 ຄັນ ແລະ ອື່ນໆ.

ສະເພາະລົດເມ ຈຳນວນ 600 ຄັນ ທີ່ມອບຊ່ວຍເຫຼືອລ້າໃນຄັ້ງນີ້ ມີມູນຄ່າທັງໝົດ 11.077.200 ໂດລາສະຫະລັດ; ໃນນີ້, ປີ 2023 ໄດ້ມອບ ຈໍານວນ 300 ຄັນ ແລະ ສ່ວນທີ່ເຫຼືອ ຈໍານວນ 300 ຄັນ ແມ່ນຈະສືບຕໍ່ນຳມາມອບໃນປີ 2024.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...