spot_img
Homeຂ່າວພາຍ​ໃນບໍ່ໃຫ້ສິດສອນອີກ!

ບໍ່ໃຫ້ສິດສອນອີກ!

Published on

ໃນຕອນເຊົ້າຂອງມື້ນີ້ ວັນທີ 14 ທັນວາ 2023, ຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ເຜີຍແຜ່ ຄຣິບວີດີໂອການໃຊ້ຄວາມຮຸນແຮງຕໍ່ເດັກ ຢູ່ໂຮງຮຽນແຫ່ງໜຶ່ງໃນນະຄອນປາກເຊ, ແຂວງຈຳປາສັກ. ຫຼັງຈາກນັ້ນ, ຜູ້ໃຊ້ສື່ອອນລາຍຫຼາຍຄົນກໍເຂົ້າມາສະແດງຄວາມຄິດເຫັນບໍ່ພໍ່ໃຈຕໍ່ການກະທຳດັ່ງກ່າວ.

ເຊິ່ງໃນຄຣິບວີດີໂອ ແມ່ນສາວຄູໄດ້ສອນຄຳສັບໃຫ້ເດັກ ແຕ່ບໍ່ດົນສາວຄູກໍໄດ້ໃຊ້ເຈ້ຍຄຳສັບຈຳນວນຫຼາຍໃບຊ້ອນກັນຟາດໃສ່ຫົວເດັກດ້ວຍຄວາມແຮງ ເຮັດໃຫ້ເດັກເກືອບຫງ່າຍ. ພາບດັ່ງກ່າວເຮັດໃຫ້ຫົວອົກຜູ້ເປັນພໍ່ແມ່ ແລະ ຜູ້ໃຊ້ສື່ສັງຄົມອອນລາຍທີ່ເຫັນພາບແມ່ນອີ່ຕົນເດັກ ແລະ ບໍ່ພໍໃຈຢ່າງທີ່ສຸດ ພ້ອມຮຽກຮ້ອງໃຫ້ໂຮງຮຽນມີການກວດສອບ ແລະ ລົງໂທດສາວຄູດັ່ງກ່າວຕາມລະບຽບ.

ຫຼ້າສຸດ, ໃນຕອນບ່າຍຂອງມື້ດຽວກັນ ທາງໂຮງຮຽນກໍໄດ້ອອກມາຊີ້ແຈງ ພ້ອມຂໍໂທດສຳລັບເລື່ອງທີ່ເກີດຂຶ້ນ ແລະ ໄດ້ລົງໂທດໂດຍໃຫ້ຢຸດການສິດສອນໃນໂຮຮຽນ (ໄລ່ອອກ) ແລະ ສາວຄູດັ່ງກ່າວ ກໍໄດ້ອອກມາຂໍໂທດ ແລະ ຍອມຮັບຜິດໃນການກະທຳຂອງຕົນ.

ຢ່າງໃດກໍຕາມ, ການກະທຳຜິດດັ່ງກ່າວແມ່ນເປັນພຽງຄວາມຜິດບຸກຄົນ ເພາະຄູອາຈານຫຼາຍໆຄົນກໍຮັກໃນອາຊີບຄູ, ຮັກໃນການສິດສ່ອນ ແລະ ຮັກເດັກນ້ອຍຂອງຕົນເອງ.

ຫວັງວ່າເຫດການນີ້ຈະເປັນຄວາມຜິດພາດສຸດທ້າຍ ແລະ ຈະບໍ່ເກີດຂຶ້ນອີກ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...