spot_img
Homeຂ່າວຕ່າງປະເທດຊາຍຖືກເລກລາງວັນໃຫຍ່ ແຕ່ກັບເອົາເງິນໄປບໍລິຈາກຍ້ອນວ່າເງິນຫຼາຍເກີນຄວາມຈຳເປັນ

ຊາຍຖືກເລກລາງວັນໃຫຍ່ ແຕ່ກັບເອົາເງິນໄປບໍລິຈາກຍ້ອນວ່າເງິນຫຼາຍເກີນຄວາມຈຳເປັນ

Published on

ຊາຍຖືກເລກລາງວັນໃຫຍ່ ແຕ່ກັບເອົາເງິນໄປບໍລິຈາກຫຼາຍຍ້ອນວ່າເງິນຫຼາຍເກີນຄວາມຈຳເປັນ ເຖິງຈະຖືກເລກກໍຕ້ອງດຸໝັ່ນເຮັດວຽກຕໍ່ໄປ.

ອີງຕາມແຫຼ່ງຂ່າວປະເທດຈີນ ໄດ້ລາຍງານວ່າ: ຊາຍດວງດີ ຊື່ວ່າ ຢີ່ ກົວ ຈາກມົນທົນເຮີໜານ ປະເທດຈີນ ໄດ້ເດີນທາງເພື່ອໄປຮັບລາງວັນທີ່ຖືກເລກຈຳນວນ 86,62 ລ້ານຢວນ ແລະ ໄດ້ບໍລິຈາກເງິນໃຫ້ກັບມູນນິທິພັດທະນາກິລາເຮີໜານທັນທີ ທີ່ໄດ້ຮັບລາງວັນ ຈຳນວນ 53 ລ້ານຢວນ ຖືວ່າເປັນຈຳນວນຫຼາຍກວ່າເຄິ່ງໜຶ່ງຂອງເງິນລາງວັນທີ່ໄດ້ມາ.

ເຊິ່ງສາເຫດທີ່ບໍລິຈາກເງິນຈຳນວນຫຼາຍ ທ້າວ ຢີ່ ກົວ ໄດ້ກ່າວວ່າ: ເພາະເງິນມັນຫຼາຍເກີນໄປ ຂ້ອຍບໍ່ສາມາດນຳເງິນໄປໃຊ້ໝົດໄດ້ ແນ່ນອນວ່າເຖິງຈະຖືກເລກ ແຕ່ກໍຈະບໍ່ຜັກຜ່ອນເດັດຂາດ ເຮົາຍັງຕ້ອງເຮັດວຽກໜັກຕໍ່ໄປ.

ຕາມການລາຍງານລະບຸວ່າ ທ້າວ ຢີ່ ກົວ ໄດ້ເດີນຜ່ານຮ້ານຂາຍເລກໃນເດືອນແລ້ວນີ້ ແລະ ໃຊ້ເງິນ 100 ຢວນໃນການຊື້ China Sports Lottery ຈົນລາວໄດ້ຮັບລາງວັນໃຫຍ່.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...