spot_img
Homeຂ່າວຕ່າງປະເທດວານຍາວ 15 ແມັດຖືກເຮືອຕໍາຕາຍ ທີ່ແຄມຊາຍຫາດເວສເທິນ

ວານຍາວ 15 ແມັດຖືກເຮືອຕໍາຕາຍ ທີ່ແຄມຊາຍຫາດເວສເທິນ

Published on

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃນວັນທີ 13 ທັນວາ 2023 ນີ້ໄດ້ມີນັກທ່ອງທ່ຽວພົບປາວານ (ຫົວທຸຍ) ຂະນາດໃຫຍ່ໄດ້ລອຍເກຍຕື້ນເຂົ້າໃກ້ຝັງ ບໍລິເວນແຄມຊາຍຫາດເວສເທິນ ໃນປະເທດ ອອສເຕເລຍ ເຈົ້າໜ້າທີ່ຄາດວ່າຖືກເຮືອຕໍາຈົນລອຍນ້ຳເຂົ້າມາໃກ້ແຄມຝັງ.

ຫຼ້າສຸດສື່ທ້ອງຖິ່ນລາຍງານວ່າ: ປາວານໂຕດັ່ງກ່າວມີຂະນາດຍາວ 15 ແມັດ ແລະ ໄດ້ຕາຍແລ້ວໃນຊ່ວງເຊົ້າຂອງມື້ນີ້ໂດຍຄາດວ່າຖືກເຮືອຕຳ ແລ້ວລອຍເຂົ້າໃກ້ບໍລິເວນແຄມຝັງ ເຊິ່ງເຈົ້ານ້າທີ່ໄດ້ປິດຊາຍຫາດບໍລິເວນດັ່ງກ່າວ ເພື່ອຍ້າຍຊາກຂອງປາວານອອກຈາກພື້ນທີ່ໃຫ້ໄດ້ໄວທີ່ສຸດ.

ເຊິ່ງກ່ອນໜ້ານີ້ເຈົ້າໜ້າທີ່ອານຸລັກ ທີ່ເຫັນຄລິບວີດີໂອດັ່ງກ່າວຕ່າງກໍພາກັນຕັ້ງຂໍ້ສັງເກດວ່າ: ການລອຍນ້ຳເຂົ້າມາໃກ້ຊາຍຫາດມັນຜິດປົກກະຕິນອກສະຈາກປາວານນັ້ນມີອາການປ່ວຍ ຫຼື ມີຄວາມຜິດປົກກະຕິບາງຢ່າງ ເຊິ່ງທາງເຈົ້າໜ້າທີ່ໄດ້ທຳການເລັ່ງພິສູດເພື່ອຫາສາເຫດຂອງການຕາຍຕໍ່ໄປ.

ທີ່ມາ: 9news

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...