spot_img
Homeຂ່າວພາຍ​ໃນປກສ ແຂວງບໍ່ແກ້ວສະກັດກັ້ນ ຍຶດຢາບ້າຈຳນວນ 1.600.000 ເມັດ

ປກສ ແຂວງບໍ່ແກ້ວສະກັດກັ້ນ ຍຶດຢາບ້າຈຳນວນ 1.600.000 ເມັດ

Published on

ໃນວັນທີ 6 ພະຈິກ 2023 ທີ່ຜ່ານມາ ທາງກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການເຄື່ອນໄຫວ ຂົນສົ່ງຢາເສບຕິດແຕ່ເຂດບ້ານຜາດຳ ຫາ ບ້ານຊຽງດາວ ແລ້ວຈະຂົນສົ່ງຜ່ານເທດສະບານເມືອງເມິງ. ຈາກນັ້ນ, ກອງບັນຊາການ ປກສ ເມືອງເມິງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມບ້ານຊຽງດາວ ເພື່ອເຮັດໜ້າທີ່ເຄື່ອນໄຫວສະກັດກັ້ນ ແລະ ຕັ້ງຈຸດກວດກາຢູ່ເຂດບ້ານມອນແຫຼມ ເມືອງເມິງ ແຂວງບໍ່ແກ້ວ, ມາຮອດເວລາປະມານ 22:00 ໂມງ ໄດ້ມີລົດກະບະ ວີໂກແຄັບ ສີປອນ ໝາຍເລກທະບຽນ ກກ 6264 ບໍ່ແກ້ວ ແລ່ນມາແຕ່ທາງບ້ານປຸງຈອມແສງ ມຸ້ງໜ້າມາບ້ານມອນແຫຼມ, ທາງເຈົ້າໜ້າທີ່ກໍ່ໄດ້ສັນຍານໃຫ້ຈອດລົດ ແຕ່ພວກກ່ຽວ ມີປະມານ 7-8 ຄົນ ໄດ້ຢຸດລົດ ແລ້ວພາກັນເອົາຕົວລົບໜີເຂົ້າໄປໃນປ່າ, ສວ່ນລົດວີໂກອີກຄັນໜຶ່ງທີ່ຂັບມາຕາມຫຼັງແມ່ນໄດ້ລ້ຽວກັບຄືນ ທາງເຈົ້າໜ້າທີ່ແມ່ນໄດ້ໄລ່ຕາມແຕ່ບໍ່ທັນ.

ຜ່ານການກວດຄົ້ນລົດວີໂກແຄັບ ສີປອນ ໝາຍເລກທະບຽນ 6264 ບໍ່ແກ້ວ ແມ່ນບໍ່ພົບສິ່ງຜິດກົດໝາຍ, ຕົກມາຮອດຕອນເຊົ້າເວລາປະມານ 4:00 ໂມງ ຂອງວັນທີ 7 ພະຈິກ 2023 ເຈົ້າໜ້າທີ່ຈຶ່ງສາມາດກັກຕົວຜູ້ຕ້ອງສົງໄສ ໄດ້ 1 ຄົນຊື່ທ້າວ ເຢຍຕົວ ຢາງ ອາຍຸ 33 ປີ ອາຊີບເຮັດນາ ເຊື້ອຊາດລາວ ສັນຊາດລາວ ຊົນເຜົ່າມົ້ງ ປັດຈຸບັນ ຢູ່ບ້ານນໍ້າປອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ນອກນີ້ກໍໄດ້ພົບເຫັນລົດວີໂກ ສະມາດແຄັບ ບໍ່ມີປ້າຍທະບຽນ ຈຳນວນ 1 ຄັນ ຈອດຢູ່ກາງທົ່ງນາ ເຂດບ້ານຊຽງດາວ ແຕ່ບໍ່ພົບເຫັນສິ່ງທີ່ຜິດກົດໝາຍ.

ຕົກມາຮອດວັນທີ 8 ພະຈິກ 2023 ທາງເຈົ້າໜ້າທີ່ທະຫານ ແລະ ປກສ ເມືອງເມິງ ໄດ້ລົງກວດກາລາດຕະເວນຕາມຂອບເຂດສະຖານທີ່ເກີດເຫດເຂດສວນຢາງພາລາ ຈຶ່ງໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 8 ເປົາ ລວມມີ 800 ມັດ ເທົ່າກັບ 1.600.000 ເມັດ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທ້າວຜູ້ກ່ຽວ ພ້ອມດ້ວຍຂອງກາງລົດກະບະວີໂກແຄັບ ແລະ ຢາເສບຕິດຈໍານວນດັ່ງກ່າວ ໄວ້ເພື່ອດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາພັກພວກກຸ່ມແກ້ງດັ່ງກ່າວ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ແຫຼ່ງຂ່າວ ຂ່າວ ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...