Homeຂ່າວຕ່າງປະເທດເດືອດນອກສະໜາມ! ແຟນບານລີເວີພູອວດບໍ່ເຊົາ ຖືກແຟນບານແມນຍູຈັບແກ້ວຟາດ ຈົນໄດ້ເຂົ້າໂຮງໝໍ

ເດືອດນອກສະໜາມ! ແຟນບານລີເວີພູອວດບໍ່ເຊົາ ຖືກແຟນບານແມນຍູຈັບແກ້ວຟາດ ຈົນໄດ້ເຂົ້າໂຮງໝໍ

Published on

ອີງຕາມການລາຍງານຂອງສຳນັກຂ່າວໄທ ໃນວັນທີ 11 ທັນວາ 2023, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດວ່າມີໄວ້ລຸ້ນນຜິດຖຽງກັນ ຢູ່ບໍເວນທີ່ຫ້ອງເຊົ່າແຫ່ງໜື່ງ ຢູ່ບ້ານເຂົາທ່າພະ ເມືອງໄຊນາດ ປະເທດໄທ ຕາມການລາຍງານໄດ້ພົບກຸ່ມໄວລຸ້ນ 4 ຄົນມີອາການມຶນເມົາກຳລັງຊ່ວຍກັນເກັບກວດແກ້ວເບຍທີ່ແຕກຢູ່ພຶ້ນ ເຊິ່ງເຕັມໄປດ້ວຍເລືອດ.

ຈາກການສອບສວນຂອງເຈົ້າໜ້າທີ່ພົບວ່າ: ໄວລຸ້ນທີ່ກຳລັງເກັບແກ້ວເບຍຢູ່ 2 ຄົນຄື ທ້າວ ຈັກກີ ແລະ ທ້າວ ຣັງສັນ ໄດ້ຍອມຮັບວ່າເປັນຄົນລົງມືຊ່ວຍກັນທຳຮ້າຍທ້າວ ຊ່າ ດ້ວຍການເອົາແກ້ວເບຍມາຕີຫົວ 3-4 ຄັ້ງຈົນທ້າວ ຊ່າ ຫົວແຕກ ຕ້ອງໄດ້ນຳສົ່ງໂຮງໝໍ.

ສ່ວນສາເຫດທີ່ຜິດຖຽງກັນກໍຍ້ອນວ່າ: ໃນຊ່ວງທີ່ຕົນກັບໝູ່ເພື່ອນນັ່ງກິນລວມກັນ 4 ຄົນຢູ່ບໍລິເວນໜ້າຫ້ອງພໍດີທ້າວ ຊ່າ ໄດ້ຢ່າງມາຂໍນັ່ງກິນນຳ ແຕ່ທ້າວຊ່າເປັນຄົນເວົ້າຫຼາຍ ເວົ້າໂມ້ ເລື່ອງເຕະບານ ແລະ ອ້າງວ່າຕົນເປັນແຟນທີມລິເວີພູ ເຊິ່ງທັງສອງກໍໄດ້ຕອບວ່າເຊຍທີມ ແມນຍູ ແຕ່ທ້າວ ຊ່າ ກໍຈະເວົ້າໂມ້ວ່າທີມຕົນເກັ່ງກວ່າ ລວຍກວ່າ ແລະ ໂຕຂອງນັກເຕະດີກວ່າ.

ເຊິ່ງທັງສອງກໍໄດ້ພະຍາຍາມປ່ຽນເລື່ອງເວົ້າກັນແລ້ວ ທ້າວ ຊ່າ ກໍຍັງເວົ້າໂມ້ບໍ່ເລິກ ດ້ວຍຄວາມໃຈຮ້າຍເລຍພາກັຍຄວ້າແກ້ວມາຕີຈົນໄດ້ນຳໂຕສົ່ງໂຮງໝໍ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...